ອີຣານ ເນັ້ນໜັກສິດເສີມທາດ ຢູຣານຽມ ກ່ອນທີ່ດຳເນີນການເຈລະຈາກັບກຸ່ມ P5+1

ອີຣານ ເນັ້ນໜັກສິດເສີມທາດ ຢູຣານຽມ ກ່ອນທີ່ດຳເນີນການເຈລະຈາກັບກຸ່ມ P5+1 - ảnh 1
ທ່ານ Saeed Jalili ຫົວ​ໜ້າ​ຄະນະ​ເຈ​ລະ​ຈາ​ນິວ​ເຄຼຍ ອີຣານ
(ພາບ: AP)
(vovworld) - ວັນ​ທີ 04/04, ຫົວ​ໜ້າ​ຄະນະ​ເຈ​ລະ​ຈາ​ນິວ​ເຄຼຍ ອີຣານ, ທ່ານ Saeed Jalili ​ໃຫ້​ຮູ້​ວ່າ, ບັນດາ​ການ​ເຈລະຈາ​ນິວ​ເຄຼຍ ຈະ​ມາ​ເຖິງ, ຝ່າ​ຍຕາ​ເວັນ​ຕົກ ຕ້ອງ​ຮັບ​ຮູ້​ສິດ​ເສີມ​ທາດ​ຢູຣານຽມ ຂອງ​ອີຣານ ຖ້າ​ຫາກ​ຢາກ​​ໃຫ້ໃນການ​ເຈລະຈາ​ບັນລຸ​ໝາກຜົນ. ທ່ານ Jalili ​ໃຫ້​ຮູ້​ວ່າ ການ​ເຈລະຈາທີ່​ດຳ​ເນີນ​​ໃນ​ວັນ​ທີ 05/04, ສາມາດ​ເປີດ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ ຂອງ​ອີຣານ ດ້ວຍ​ວິທີ “ຮັບ​ຮູ້​ສິດ​ນິວ​ເຄຼຍຂອງ​ອີຣານ, ພິ​ເສດ​ແມ່ນ​ສິດ​ເສີມ​ທາດ​ຢູຣານຽມ”. ທ່ານ​ຢື່ນຢັນ​ວ່າສິດ​ດັ່ງ​ກ່າວ​ໄດ້​ຮັບປະກັນ​ຕາມ​ສົນທິສັນຍາ​ບໍ່​ແຜ່​ຂະຫຍາຍ​ອາອຸດ​ນິວ​ເຄຼຍ (NPT). ທ່ານ​ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ບັນດາ​ການ​ເຈລະຈາ​​ໃນ​​​​ໃກ້ໆ​ນີ້​ຈະ​ບັນລຸ​ໄດ້​ໝາກຜົນ​ ​ແລະ ຖື​ວ່າ ຝ່າຍ​ຕາ​ເວັນ​ຕົກ​ພວມ​ປະ​ເຊີນ​ໜ້າ​ກັບ​ການທົດ​ລອງນິວ​ເຄຼຍຄັ້ງ​ໃໝ່​ຂອງ​ອີຣານອີກ. ທ່ານ Jalili ກໍ​ໃຫ້​ຮູ້​ເຕີ່​ມອີກ​ວ່າ ອີຣານ ຈະ​ປົກ​ປ້ອງສິດ​ເສີມ​ທາດຢູຣານຽມ ຢ່າງ​ແຮງ​ກວ່າ ພາຍ​ຫຼັງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນເດືອນ 6 ຈະ​ມາ​ເຖິງ​ຢູ່​ປະ​ເທດ​ນີ້.
ຂ່າວ/ບົດ​ອື່ນ