ອີຣານ ແລະ P5+1 ມານະພະຍາຍາມຍູ້ແຮງການເຈລະຈາໂດຍບໍ່ຫົວຊາຕໍ່ຫຼາຍບັນຫາທີ່ເກີດຂຶ້ນ
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ແລະ ຄູ່ຕຳແໜ່ງ ອີຣານ
(ພາບ: nytimes.com)
|
(vovworld) - P5+1 ສືບຕໍ່ການເຈລະຈາກັບອີຣານ ທີ່ Lausanne (ປະເທດສະວິດ) ແຕ່ວັນທີ 15/3 ດ້ວຍຄວາມຫວັງຈະສຳເລັດຂໍ້ຕົກລົງແມ່ຄັ້ງສຸດທ້າຍກ່ຽວກັບລາຍການນິວຄະເລຍກ່ອນວັນທີ 31/3. ກ່ອນດຳເນີນການ ເຈລະຈາຮອບໃຫມ່ກັບອີຣານ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry, ໃຫ້ຮູ້ວ່າ, ເຖິງວ່າບໍ່ທັນຮູ້ຢ່າງແນ່ວແນ່ ກ່ຽວກັບຄວາມສາມາດບັນລຸຂໍ້ຕົກລົງກໍ່ຕາມ, ແຕ່ບັນດາຝ່າຍກ່ຽວຂ້ອງຍັງຄົງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອບັນລຸໃຫ້ໄດ້ຈຸດໝາຍນີ້. ຕາມທ່ານລັດຖະມົນຕີວ່າການ John Kerry ແລ້ວ, ປະຈຸບັນລະຫວ່າງຝ່າຍຕ່າງໆຍັງມີຊ່ອງວ່າງໃຫຍ່ທີ່ຈຳເປັນຕ້ອງຜ່ານຜ່າ. ຈຸດປະສົງຂອງການເຈລະຈາບໍ່ພຽງແຕ່ບັນລຸໄດ້ຂໍ້ຕົກລົງແມ່ເທົ່ານັ້ນ, ຫາກຕ້ອງບັນລຸໃຫ້ໄດ້ສັນຍາສະບັບໜຶ່ງຢ່າງເໝາະສົມອີກດ້ວຍ.