(vovworld) – ພາຍຫຼັງການເຈລະຈາເປັນເວລາ 8 ວັນ, ວັນທີ 02/04, ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສປຊ ແມ່ນ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ແລະ ອີຣານ ບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງເຕເຮຣານ. ບັນດາເຈົ້າໜ້າທີ່ອາເມລິກາ ແລະ ຝ່າຍຕາເວັນຕົກທີ່ໃກ້ຊິດກັບວິວັດການເຈລະຈາຢູ່ນະຄອນ Lausanne ປະເທດສະວິດ ໃຫ້ຮູ້ວ່າ, P5+1 ແລະ ອີຣານ ໄດ້ເຫັນດີກ່ຽວກັບບັນດາເນື້ອໃນ ແລະ ມີທິດທາງໃຫຍ່, ເປີດຊ່ອງທາງເພື່ອກ້າວໄປເຖິງຂໍ້ຕົກລົງສຸດທ້າຍໃນ 3 ເດືອນທີ່ຍັງເຫຼືອ (ວັນທີ 30/06). ບັນດາເຈົ້າໜ້າທີ່ໃຫ້ຮູ້ວ່າ, ເນື້ອໃນຕ່າງໆໄດ້ຮັບຄວາມເຫັນດີ ບໍ່ໄດ້ເປີດຄວາມລັບ ຍ້ອນ 2 ຝ່າຍຍັງມີຄວາມແຕກຕ່າງກັນໃນວິທີການປະກາດບັນດາຂໍ້ຕົກລົງທີ່ບັນລຸໄດ້.