ອີຣານກະຕຸກຊຸກຍູ້ອາເມລິກາປະຕິບັດຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ
ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif
(ພາບປະກອບ: THX/TTXVN)
(vovworld) – ວັນທີ 05/06, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໄດ້ອອກສຽງຕຳໜິຕິຕຽນອາເມລິກາ ໂຈະການປະຕິບັດຂໍ້ຕົກລົງນິວເຄຼຍລະຫວ່າງອີຣານ ແລະ ກຸມ P5+1 (ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ພ້ອມທັງຮຽກຮ້ອງໃຫ້ ວໍຊິງຕັນ ມີບັນດາບາດກ້າວຢ່າງເຂັ້ມງວດໃນບັນຫານີ້. ກ່ອນໜ້ານັ້ນ, ໃນບັນດາການກ່າວຄຳເຫັນເມື່ອເດືອນ 05 ຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ ກໍໄດ້ອອກສຽງຮຽກຮ້ອງໃຫ້ອຳນາດການປົກຄອງອາເມລິກາ ປະຕິບັດບັນດາມາດຕະການຕົວຈິງ ໄປພ້ອມກັບບັນດາຄຳຖະແຫຼງດ້ວຍຄຳເວົ້າສຳລັບຂໍ້ຕົກລົງນິວເຄຼຍ.