ອີຣານຊຸກຍູ້ການພົວພັນກັບບັນດາປະເທດໃນພາກພື້ນພາຍຫຼັງຂໍ້ຕົກລົງນິວເຄຼຍ
ທ່ານປະທານາທິບໍດີ ອີຣານ Hassan Rouhani
(ພາບປະກອບ)
|
(vovworld) – ອີຣານ ພວມຊອກຫາວິທີຊຸກຍູ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງພາຍຫຼັງບັນລຸໄດ້ຂໍ້ຕົກລົງປະຫວັດສາດກັບກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ. ກ່າວຄຳເຫັນທີ່ການໂອ້ລົມທາງໂທລະສັບໃນວັນທີ 18/7 ກັບ ກະສັດ Qatar Tamim bin Hamad al – Thani, ທ່ານປະທານາທິບໍດີ ອີຣານ Hassan Rouhani ໃຫ້ຮູ້ວ່າ: ເຕເຮຣານ ກຽມພ້ອມແລກປ່ຽນທັດສະນະກັບບັນດາປະເທດໃນພາກພື້ນ, ພ້ອມທັງຮຽກຮ້ອງໃຫ້ Qatar ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈສະກັດກັ້ນບັນດາກຸ່ມກໍ່ການຮ້າຍ ແລະ ຫົວຮຸນແຮງ, ເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຮັກສາສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ. ການນຳ ອີຣານ ກໍເນັ້ນໜັກວ່າ: ຂໍ້ຕົກລົງນີ້ໄດ້ສະແດງໃຫ້ເຫັນບັນດາບັນຫາພາກພື້ນກໍຄືການຂັດແຍ້ງກັນລະຫວ່າງບັນດາປະເທດອາດຈະໄດ້ຮັບການແກ້ໄຂຜ່ານທາງການທູດ.
ແລະກໍ່ໃນວັນດຽວກັນ, ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ປາກິດສະຖານ Mamnoon Hussain, ທ່ານປະທານາທິບໍດີ ອີຣານ Hassan Rouhani ຮຽກຮ້ອງຊຸກຍູ້ການພົວພັນ “ເລິກເຊິ່ງ ແລະ ສະໜິດສະໜົມ” ລະຫວ່າງ 2 ປະເທດໃນທຸກໆຂົງເຂດ ແລະ ມານະພະຍາຍາມນຳວົງເງິນການຄ້າ 2 ສົ້ນຂຶ້ນກ່ວາ 5 ຕື້ USD.