ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຣານ
Abbas Araghchi
|
(vovworld) – ໃນຖະແຫຼງການເມື່ອວັນທີ 6/6, ຫົວໜ້າຄະນະເຈລະຈາ ນິວເຄຼຍ ອີຣານ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Abbas Araghchi ໃຫ້ຮູ້ວ່າ: ບໍ່ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນການເຈລະຈາລະຫວ່າງ ເຕເຮຣານ ແລະ ບັນດາປະເທດມະຫາອຳນາດ, ແລະ ແຕ່ລະຝ່າຍຍັງອາດສາມາດປະລະຂໍ້ຕົກລົງນິວເຄຼຍພາຍຫຼັງເອກະສານດັ່ງກ່າວໄດ້ຮັບການລົງນາມ. ພາຍຫຼັງສິ້ນສຸດຮອບເຈລະຈາຫຼ້າສຸດຢູ່ ວຽນ, ປະເທດ ໂອຕຣິດ ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ອັງກິດ, ຝຣັ່ງ, ຈີນ, ລັດເຊຍ ພ້ອມກັບ ເຢຍລະມັນ), ທ່ານ Araghchi ຊີ້ແຈ້ງວ່າ “ພວກຂ້າພະເຈົ້າບໍ່ເຊື່ອໝັ້ນເຂົາເຈົ້າ ແລະ ເຂົາເຈົ້າກໍ່ບໍ່ເຊື່ອໝັ້ນພວກຂ້າພະເຈົ້າ. ນັ້ນແມ່ນຄວາມຈິງ”. ດັ່ງນັ້ນຕາມທ່ານແລ້ວ, ສຳລັບທຸກໆຂໍ້ມາດຕາພວມໄດ້ຮັບການເຈລະຈານັ້ນ, ເມື່ອຝ່າຍນີ້ຮູ້ສຶກວ່າຝ່າຍກົງກັນຂ້າມລະເມີດຄຳໝັ້ນສັນຍາເຂົາເຈົ້າອາດຈະປະຕິບັດບໍ່ວ່າສິ່ງໃດໆກ່ອນທີ່ຕົກລົງກັນ.ທ່ານ Araghchi ກໍ່ໃຫ້ຮູ້ວ່າ: ຝ່າຍ ອີຣານ ໄດ້ “ກະກຽມທຸກໆມາດຕະການຈຳເປັນຖ້າຫາກສິ່ງດັ່ງກ່າວເກີດຂຶ້ນ”, ພ້ອມທັງຖືວ່າຝ່າຍກົງກັນຂ້າມກໍ່ຈະເຮັດສິ່ງຄ້າຍຄືກັນສິ່ງທີ່ກ່ຽວຂ້ອງເຖິງບັນດາຄຳສັ່ງລົງໂທດ.