ອີຣານມອບບັນດາເອກະສານໂຄງການນິວເຄຼຍກ່ອນນີ້ໃຫ້IAEA

ອີຣານມອບບັນດາເອກະສານໂຄງການນິວເຄຼຍກ່ອນນີ້ໃຫ້IAEA - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 15/08, ອົງການ​ພະລັງງານ​ປະລະ​ມານູ​ສາກົນ (IAEA), ​ໄດ້​ມອບ​ໃຫ້​ອົງການ​ນີ້​ບັນດາ​ຂໍ້​ມູນ​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ ກ່ອນ​ນີ້. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​​ໃໝ່ ​ເພື່ອ​ແນ​ໃສ່​ຕອບສະໜອງ​ເງື່ອນ​ໄຂ​ເພື່ອ​ສາມາດ​ຫຼຸດ​ຜ່ອນ​ບັນດາມາດ​ຕະການ​ລົງ​ໂທດ​ຕໍ່ອີຣານ ຕາມ​ຂໍ້​ຕົກລົງ​ຮອບດ້ານ​ທີ່​ມີ​ລັກສະນະ​ປະຫວັດສາດ, ​ເຊິ່ງອີຣານ ​ແລະ ກຸ່ມ P5+1 (ລວມມີ: ອັງກິດ, ​ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ບັນລຸ​ໄດ້​ເມື່ອ​ເດືອນ 07. ຖ້າ​ຫາກ​ອີຣານ ​ແກ້​ໄຂ​ທຸກ​ບັນຫາ​ຄວາມສົງ​ໄສ​ກ່ອນ​ນີ້​ຂອງ IAEA ​ແລະ ອົງການ​ນີ້​ກໍ​ໃຫ້​ຂໍ້​ສະຫຼຸບ​ວ່າ ອີຣານ ​ໄດ້​ຮັດ​ແຄບ​ໂຄງການ​ນິວ​ເຄຼຍ​ໃນ​ປະຈຸ​ບັນ, ບັນດາ​ມາດ​ຕະການ​ລົງ​ໂທດ​ໂດຍ​ອາ​ເມ​ລິ​ກາ, ສະຫະພາ​ບ​ເອີ​ລົບ, ສະຫະ​ປະຊາ​ຊາດ ຈັດ​ວາງ​ຕໍ່​ອີຣານ ຈະ​ຖືກ​ຍົກ​ເລີກ. ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ອີຣານ ກໍ​ປະຕິ​ເສດ​ເລື່ອງ​ຊອກ​ຫາ​ອາວຸດ​ນິວ​ເຄຼຍ ​ແລະ ຢືນຢັນ​ວ່າ, ສິດ​ພັດທະນາ​ເຕັກ​​ໂນ​ໂລຊີ​ນິວ​ເຄຼຍ ​ເພື່ອ​ຈຸດ​ໝາຍສັນຕິ​ພາບ.

ຂ່າວ/ບົດ​ອື່ນ