ໂຮງງານໄຟຟ້າ ນິວເຄຼຍ Bushehr ຂອງ ອີຣານ
(ພາບ: AFP/TTXVN)
|
(vovworld) – ບັນດາເຈົ້າໜ້າທີ່ນິວເຄຼຍຂອງ ອີຣານ ແລະ ລັດເຊຍ ໄດ້ປຶກສາຫາລືເລື່ອງກໍ່ສ້າງບັນດາໂຮງງານ ໄຟຟ້າ ນິວເຄຼຍແຫ່ງໃໝ່ເພື່ອແນໃສ່ເພີ່ມທະວີປະລິມານໄຟຟ້ານິວເຄຼຍຂອງປະເທດ ສ. ອິດສະລາມ ນີ້ຂຶ້ນທົບ 3 ເທົ່າ. ວັນທີ 25/4, ສື່ມວນຊົນ ອີຣານ ໃຫ້ຮູ້ວ່າ: ຮອງຜູ້ອຳນວຍການອົງການພະລັງງານປະລະມານູ ອີຣານ (AEOI) ໄດ້ພົບປະກັບທ່ານຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດພະລັງງານ ປະລະມານູແຫ່ງຊາດ ລັດເຊຍ (ROSATOM) ເພື່ອປຶກສາຫາລືກ່ຽວກັບການກໍ່ສ້າງໂຮງງານໄຟຟ້ານິວເຄຼຍແຫ່ງທີ 2 ແລະ ທີ 3 ຢູ່ແຂວງພາກໃຕ້ Bushehr, ກໍ່ຄືເລື່ອງມອບໂອນສິດຄວບຄຸມບັນດາໂຮງງານໃຫ້ແກ່ຝ່າຍ ອີຣານ. ໃນຂະນະນັ້ນ, ກຸ່ມບໍລິສັດພະລັງງານ ປະລະມານູແຫ່ງຊາດ ລັດເຊຍ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ບັນດາບັນຫາກ່ຽວຂ້ອງເຖິງການກໍ່ສ້າງບັນດາໂຮງງານ ໄຟຟ້າ ນິວເຄຼຍ ແຫ່ງໃໝ່ໂດຍ ລັດເຊຍ ອອກແບບ, ກໍ່ຄືເລື່ອງຮ່ວມມືໃນບັນດາຂົງເຂດກ່ຽວຂ້ອງໄດ້ຮັບການປຶກສາຫາລືຢ່າງລະອຽດໃນການພົບປະຄັ້ງຕ່າງໆດັ່ງກ່າວ.