ອີຣານຮຽກຮ້ອງໃຫ້ບັນດາປະເທດອິດສະລາມເພີ່ມທະວີຄວາມສາມັກຄີ

(VOVWORLD) - ວັນທີ 16 ມັງກອນ, ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ຮຽກຮ້ອງໃຫ້ບັນດາປະເທດອິດສະລາມ ເພີ່ມທະວີຄວາມສາມັກຄີກວ່າອີກ.

ອີຣານຮຽກຮ້ອງໃຫ້ບັນດາປະເທດອິດສະລາມເພີ່ມທະວີຄວາມສາມັກຄີ - ảnh 1 ທ່ານປະທານາທິບໍດີ Rouhani

(ພາບ: AFP/TTXVN)

ກ່າວຄຳເຫັນໄຂກອງປະຊຸມຂອງສະຫະພັນລັດຖະສະພາ ສັງກັດອົງການຮ່ວມມືອິດສະລາມ (OIC) ຢູ່ ເຕເຮຣານ, ທ່ານປະທານາທິບໍດີ Rouhani ຖະແຫຼງວ່າ, ບັນດາປະເທດອິດສະລາມ ຄວນເພີ່ມທະວີຄວາມສາມັກຄີ, ໂດຍອີງໃສ່ກຳລັງຄວາມສາມາດຂອງຕົນ ເພື່ອຮັບປະກັນການເຕີບໂຕ ແລະ ການພັດທະນາ. ຕາມທ່ານແລ້ວ, ສິ່ງດັ່ງກ່າວບໍ່ໝາຍຄວາມວ່າ ບັນດາປະເທດອິດສະລາມ ຈະເດີນຕາມສະພາບຖືກຕົກຢູ່ໂດດດ່ຽວ ຫາກບົນພື້ນຖານສາກົນ, ບັນດາປະເທດຍັງສະໜັບສະໜູນການໄປມາມີລັກສະນະສ້າງສັນ, ສະເໝີພາບ… ທ່ານປະທານາທິບໍດີ Rouhani ໄດ້ຍົກອອກບັນດາຄຳວິຈານດັ່ງກ່າວ ພາຍຫຼັງອາເມລິກາ ນາບຂູ່ວ່າ ຈະຖອນຂໍ້ຕົກລົງນິວເຄຼຍປະຫວັດສາດ ທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ, ເຊິ່ງໄດ້ຮັບການລົງນາມລະຫວ່າງເຕເຮຣານ ກັບກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ອາເມລິກາ, ລັດເຊຍ, ຝລັ່ງ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015, ເພື່ອແນໃສ່ຈຳກັດການເຄື່ອນໄຫວດ້ານນິວເຄຼຍຂອງອີຣານ ເພື່ອແລກເອົາເລື່ອງຝ່າຍຕາເວັນຕົກ ຍົກເລີກບັນດາຄຳສັ່ງຂວ້ຳບາດ.

ຕອບກັບ

ຂ່າວ/ບົດ​ອື່ນ