ອີຣານແລະP5+1ເຫັນດີເປັນເອກະສັນຈຸດເວລາປະຕິບັດຂໍ້ຕົກລົງດ້ານນິວເຄຼຍ

ອີຣານແລະP5+1ເຫັນດີເປັນເອກະສັນຈຸດເວລາປະຕິບັດຂໍ້ຕົກລົງດ້ານນິວເຄຼຍ - ảnh 1
ກຸ່ມ P5+1 ລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ເຂົ້າຮ່ວມການເຈລະຈາກ່ຽວກັບ ນິວເຄຼຍ ຢູ່ເຊີແນວ, ວັນທີ 24/11.
(ພາບ: AFP-TTXVN)

(vovworld) – ​ຊ່ອງ​ໂທລະພາບ Press TV ຂອງ ອີ​ຣານ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Hamid Baridinejad, ​ເຊິ່ງ​ແມ່ນ​ສະມາຊິກ​ຂັ້ນ​ສູງ​ຂອງ​ຄະນະນັກ​​ເຈລະຈາ​ນິວ​ເຄຼຍຂອງ​ປະ​ເທດ​ນີ້, ​​ໂດຍ​ໃຫ້​ຮູ້​ວ່າ: ອີຣານ ພ້ອມ​ກັບ​ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດສະມ​າຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແມ່ນ: ອັງກິດ, ຝຣັ່ງ, ລັດ​ເຊຍ, ອາ​ເມ​ລິ​ກາ, ຈີນ ພ້ອມ​ກັບ ​ເຢຍລະ​ມັນ) ​ໄດ້​ເຫັນ​ດີ​ເລີ່​ມປະຕິບັດ​ຂໍ້​ຕົກລົງ​ດ້ານ​ນິວ​ເຄຼຍຊົ່ວຄາວ​ລະຫວ່າງ 2 ຝ່າຍ​ໃນ​ທ້າ​ຍ​ເດືອນ​ນີ້. ຕາມ​ທ່ານ Hamid Baridinejad ​ແລ້ວ, ທີ່​ການ​ພົບ​ປະ​ຖືກ​ຈັດ​ຕັ້ງ​ໃນ​​ເວລາ 2 ວັນ​ຢູ່​ນະຄອນ ​ເຊີ​ແນວ ຂອງ​ສະ​ວິດ ທີ່​ຫາ​ກໍ່​ສິ້ດສຸດ​ລົງ​ໃນ​ຕອນ​ຄຳ່​ວັນ​ທີ 31/12, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເລີ່​ມປະຕິບັດ​ຂໍ້​ຕົກລົງ​ນິວ​ເຄຼຍດັ່ງກ່າວ ​ໃນ​ເວລາ 10 ວັນ​ທ້າຍ​ເດືອນ 1/2014. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Abbas Araqchi ຮັບ​ຮູ້​ການ​ເຈລະຈາ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ບັນ​ລຸ​ໄດ້ “ຄວາມ​ຄືບ​ໜ້າ ​ແລະ ໝາກຜົນ​ດີ” ​ໃນ​ຫຼາຍ​ບັນຫາ. ຕາມ​ຂໍ້​ຕົກລົງ​ຊົ່ວຄາວ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ລົງ​ນາມ​ເມື່ອ​ເດືອນ 11/2013 ຢູ່ ​ເຊີ​ແນວ, ອີຣານ ຕ້ອງ​ຢຸດ​ຕິ​ບັນດາ​ການ​ເຄື່ອນ​ໄຫວ ນິວ​ເຄຼຍ​ໃນ​ເວລາ 6 ​ເດືອນ ​ເພື່ອ​ແທນ​ທີ​ເລື່ອງ​ຝ່າຍ​ຕາ​ເວັນ​ຕົກ ລົບ​ລ້າງ​ບາງ​ຄຳ​ສັ່ງ​ລົງ​ໂທດ ​ແລະ ​ໃນ​ໄລຍະ​ເວລາ​ນີ້, 2 ຝ່າຍ​ພະຍາຍາມ​ເພື່ອບັນລຸ​ໄດ້​ຂໍ້​ຕົກລົງ​ຮອບດ້ານ.



ຂ່າວ/ບົດ​ອື່ນ