ອີຣານແລະລັດເຊຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືຕ້ານກໍ່ການຮ້າຍ
ທ່ານປະທານາທິບໍດີອີຣານ Hassan Rouhani
(ພາບປະກອບ: Getty Images)
(vovworld) - ວັນທີ 03/12, ທ່ານປະທານາທິບໍດີອີຣານ Hassan Rouhani ໃຫ້ຮູ້ວ່າ, ອີຣານ ແລະ ລັດເຊຍ ຈະສືບຕໍ່ຮ່ວມມືໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ, ນຳມາເຊິ່ງຄວາມສັນຕິພາບໃຫ້ແກ່ພາກພື້ນຕາເວັນອອກກາງ. ກ່າວຄຳເຫັນທີການພົບປະກັບທູດພິເສດຂອງປະທານາທິບໍດີລັດເຊຍ ກ່ຽວກັບບັນຫາຕາເວັນອອກກາງ Alexander Lavrentive ທີ່ພວມຢ້ຽມຢາມເຕເຣຣານ, ການນຳອີຣານ ເນັ້ນໜັກວ່າ ປະຈຸບັນລັດເຊຍ ແລະ ອີຣານ ພວມມີການຮ່ວມມືໃນການຕໍ່ສູ້ຕ້ານການກໍ່ການຮ້າຍເປັນຢ່າງດີ ແລະ ການຮ່ວມມືນີ້ຈະໄດ້ສືບຕໍ່ດຳເນີນຈົນຮອດເວລາບັນລຸໄດ້ຄາດໝາຍສຸດທ້າຍ ນັ້ນແມ່ນລັດທິກໍ່ການຮ້າຍຖືກດັບສູນຢ່າງສິ້ນເຊິງ, ນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ທ່ານປະທານາທິບໍດີອີຣານ ກໍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍູ້ແຮງການຮ່ວມມືລະຫວ່າງລັດເຊຍ ແລະ ອີຣານ ໃນບັ້ນຮົບຕ້ານການກໍ່ການຮ້າຍຢູ່ພາກພື້ນຕາເວັນອອກກາງ.