ອະດີດນັກຮົບອົດສຕາລີ ມອບວັດຖຸພັນ ໃຫ້ແກ່ອະດີດນັກຮົບຫວຽດນາມ

ອະດີດນັກຮົບອົດສຕາລີ ມອບວັດຖຸພັນ ໃຫ້ແກ່ອະດີດນັກຮົບຫວຽດນາມ - ảnh 1
ສະໜາມຮົບ​ບິ່ງ​ດິ້ງ
(ພາບປະກອບ)


(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ (27/07), ຄະນະ​ອະດີດ​ນັກຮົບ​ອົດສຕາ​ລີ ​ໄດ້​ຈັດ​ພິທີ​ມອບວັດຖຸ​ພັນ​ໃນ​ໄລຍະສົງຄາມ​ໃຫ້​ແກ່​ອະດີດ​ນັກຮົບ​​ແຂວງ ບິ່ງ​ດິ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ໃນ​ໂຄງການຂອງ​ກຸ່ມບັນດາ​ນັກ​ຄົ້ນຄວ້າ ​ແລະ ອະດີດ​ນັກຮົບ​ອົດສຕາ​ລີ ນັບ​ແຕ່​ປີ 2010. ​ໃນ​ທ້າຍ​ເດືອນ 7 ຕົ້ນ​ເດືອນ 8 ຈະ​ມາ​ເຖິງ, ຜູ້ຕາງໜ້າ​ຄະນະ​ບໍລິຫານ​ໂຄງການ​ຈະ​ມາ​ຫວຽດນາມ ​ເພື່ອ​ມອບ​​ເອກະສານ, ວັດຖຸ​ພັນ ຂອງ​ນັກຮົບ​ເກົ່າ​ຫວຽດນາມ ​ໂດຍບັນດາ​ອະດີດ​ນັກຮົບ​ອົດ​ຕາ​ລີ ​ແລະ ນິວຊີ​ແລນ ​ເກັບ​ໄດ້​ຢູ່​ສະໜາມຮົບ​ພາກ​ໃຕ້​ຫວຽດນາມ ​ແຕ່​ປີ 1966 – 1971, ​ໃນ​ນັ້ນ​ມີ​ຈົດໝາຍ 90 ສະບັບໄດ້​ພົບ​ເຫັນ​ຢູ່​ສະໜາມຮົບ​ບິ່ງ​ດິ້ງ.
ຂ່າວ/ບົດ​ອື່ນ