ອະດີດປະທານາທິບໍດີ ອີຢິບ Hosni Mubarak ໄດ້ຮັບການປ່ອຍຕົວ

ອະດີດປະທານາທິບໍດີ ອີຢິບ Hosni Mubarak ໄດ້ຮັບການປ່ອຍຕົວ - ảnh 1
ອະດີດ​ປະທານາທິບໍດີ Hosni Mubarak
(ພາບ: Reuters)

(vovworld) – ວັນ​ທີ 21/8, ສານ​ອາຍາ​ຢູ່​ນະຄອນຫຼວງ ການ​ໂຣ ​ໄດ້​ຮັບ​ຮູ້​ໃບ​ອຸທອນ​ຂອງ​ອະດີດ​ປະທານາທິບໍດີ Hosni Mubarak ທີ່​ກ່ຽວຂ້ອງ​ເຖິງ​ຄຳ​ສັ່ງ​ກັກ​ຂັງ​ຊົ່ວ​ຄາວ​ຫວ່າງ​ແລ້ວ​ນີ້​ຂອງ​ອົງການ​ໄອ​ຍະ​ການ, ພ້ອມ​ທັງ​ອອກ​ຄຳ​ສັ່ງ​ປ່ອຍ​ຕົວ​ອະດີດ​ການ​ນຳ​ອາຍຸ 85 ປີ​ນີ້. ຄຳ​ຕັດສິນ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໂດຍ​ອີງ​ໃສ່​ສາຍ​ເຫດ​ເວລາ​ກັກຂັງ​ທ່ານ Hosni Mubarak ​​ເພື່ອ​ທຳ​ການ​ສື​ບສວນໄດ້​ເກີນ​ກຳນົດ​ເວລາ​ຕາມ​ກົດໝາຍ. ການ​ສືບສວນ​ນີ້​ກ່ຽວຂ້ອງ​ເຖິງ​ຄຳ​ກ່າວ​ຫາ​ຮັບ​ສິນ​ບົນ​ນັບ​ລ້ານ​ປອນ​ເງິນ ອີ​ຢິບ ຂອງໜັງສືພິມ​ລາຍ​ວັນ “Al Ahram” ​ໂດຍ​ລັດ​ຄຸ້ມ​ຄອງ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 19/8, ທ່ານ Mubarak ກໍ່​ໄດ້ຮັບ​ປ່ອຍ​ຕົວ​ໃນ​ກໍລະນີ​ສໍ້​ລາ​ດບັງ​ຫຼວງ​ເງິນ​ຂອງ​ລັດ​ທີ່​ສະ​ຫງວນ​ໃຫ້​ແກ່​ການ ສ້ອມ​ແປງ​ບູລະນະທຳນຽບປະທານາທິບໍດີ. ​​ແຕ່​ອະ​ດີດປະທານາທິບໍດີ Mubarak ອາດ​ຈະ​ຖືກ​ກັກ​ຂັງ​ຕື່ມ​ອີກ 48 ຊົ່ວ​ໂມງ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ອົງການ​ໄອ​ຍະ​ການ​ພິຈາລະນາ​ມີ​ອຸທອນ​ຄຳ​ຕັດສິນ​ດັ່ງກ່າວ​ຂອງ​ສານ​ຫຼື​ບໍ່.

ຂ່າວ/ບົດ​ອື່ນ