ອະ​ນຸ​ລັກ​ຮັກ​ສາ ຊ້າງ​ຕາມ​ທິດ​ຮ່ວມ​ດຳ​ລົງ​ຊີ​ວິດ​ຢ່າງ​ກົມ​ກຽວ

(VOVWORLD) - ກອງປະຊຸມສຳມະນາໄດ້ປຶກສາຫາລືບັນດາສິ່ງທ້າທາຍ, ເພື່ອວາງອອກບັນດາມາດຕະການຊ່ວຍເປັນຜົນປະໂຫຍດຂອງວຽກງານອະນຸລັກຮັກສາຊ້າງ ຢູ່ແຂວງດົ່ງນາຍ ກໍ່ຄືໃນທົ່ວປະເທດ. 
ອະ​ນຸ​ລັກ​ຮັກ​ສາ ຊ້າງ​ຕາມ​ທິດ​ຮ່ວມ​ດຳ​ລົງ​ຊີ​ວິດ​ຢ່າງ​ກົມ​ກຽວ - ảnh 1ກອງປະຊຸມສຳມະນາ “ຕີລາຄາໂຄງການທົດລອງການອະນຸລັກຮັກສາຊ້າງ ຕາມທິດຮ່ວມດຳລົງຊີວິດຢ່າງກົມກຽວ” (ພາບ: TTXVN)

ວັນທີ 30 ສິງຫາ, ຢູ່ແຂວງດົ່ງນາຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ແລະ ອົງການຈັດຕັ້ງ Humane Society International (HSI) ໄດ້ສົມທົບກັນຈັດກອງປະຊຸມສຳມະນາ “ຕີລາຄາໂຄງການທົດລອງການອະນຸລັກຮັກສາຊ້າງ ຕາມທິດຮ່ວມດຳລົງຊີວິດຢ່າງກົມກຽວ”. ກອງປະຊຸມສຳມະນາໄດ້ປຶກສາຫາລືບັນດາສິ່ງທ້າທາຍ, ເພື່ອວາງອອກບັນດາມາດຕະການຊ່ວຍເປັນຜົນປະໂຫຍດຂອງວຽກງານອະນຸລັກຮັກສາຊ້າງ ຢູ່ແຂວງດົ່ງນາຍ ກໍ່ຄືໃນທົ່ວປະເທດ. ນະທີ່ນີ້, ບັນດາຜູ້ແທນ ໄດ້ສະເໜີບັນດາທັດສະນະ ແລະ ການກຳນົດທິດທົດລອງການອະນຸລັກຮັກສາຊ້າງຕາມທິດຮ່ວມດຳລົງຊີວິດຢ່າງກົມກຽວ, ຊຸກຍູ້ການເຂົ້າຮ່ວມຂອງປະຊາຄົມເຂົ້າໃນບັນດາມາດຕະການສະກັດກັ້ນການປະທະກັນລະຫວ່າງ ຊ້າງ ກັບ ຄົນ, ຕິດຕາມກວດກາຊ້າງຜ່ານໂຄງການຖ່າຍຮູບໃນປ່າ, ແງ່ມູມຂອງ ສາກົນ ກ່ຽວກັບໂຄງການ ແລະ ຂໍ້ສະເໜີແນະຕໍ່ບັນດາທ້ອງຖິ່ນ ທີ່ມີຝູງຊ້າງ  

ຜູ້ຕາງໜ້າໂຄງການ  HSI ໃຫ້ຮູ້ວ່າໂຄງການທົດລອງຢູ່ດົ່ງນາຍ ຂອງ HIS ແລະ ບັນດາຄູ່ຮ່ວມມືລັດຖະບານ ໄດ້ນຳຄວາມຫວັງມາໃຫ້ວຽກງານອະນຸລັກຮັກສາ ຊ້າງໃນປ່າ ຂອງ ຫວຽດນາມ, ຈາກນັ້ນ, ຈະເຂົ້າໃຈແຈ້ງກ່ຽວກັບຄວາມຕ້ອງການ, ຄວາມຊິ້ນເຄີຍ ແລະ ການກະທຳຂອງຊ້າງ ຜ່ານບັນດາໂຄງການຕິດຕາມກວດກາຊ້າງ ເພື່ອປະກອບສ່ວນເຂົ້າໃນການຫັນ ການປະທະກັນລະຫວ່າງ ຊ້າງ ກັບ ຄົນ ມາເປັນການຮ່ວມດຳລົງຊີວິດຢ່າງກົມກຽວ.

ຕອບກັບ

ຂ່າວ/ບົດ​ອື່ນ