ອາກາດບໍ່ດີແມ່ນສາຍເຫດເຮັດໃຫ້ ເຮືອບິນເກີດອຸບັດຕິເຫດຢູ່ຊູດັງ

ອາກາດບໍ່ດີແມ່ນສາຍເຫດເຮັດໃຫ້ ເຮືອບິນເກີດອຸບັດຕິເຫດຢູ່ຊູດັງ - ảnh 1
( ພາບຈາກອີນເຕີແນດ )

(vovworld) -     ວັນທີ 19/8, ​ ອາກາດ​ບໍ່​ດີ​ແມ່ນສາຍ​ເຫດທີ່ພາ​​ໃຫ້​ເຮືອ​ບິນ​ເກີດ​ອຸບັດ​ຕິ​ເຫດ​ຢູ່​ຊູ​ດັງ ​ເຊິ່ງ​ເຮັດ​ໃຫ້ 31 ຄົນ​ເສຍ​ຊີວິດ. ສຳນັກ​ຂ່າວສານ​ທາງ​ການ SUNA ຂອງ​ຊູ​ດັງ ​ໄດ້​ຢືນຢັນ​ແຫຼ່ງຂ່າວ​ດັ່ງ​ກ່າວ. ​ຍ້ອນອາກາດ​ບໍ່ດີ​​ໄດ້​ຈຳກັດ​ການ​ສັງ​ເກດ, ສະ​ນັ້ນ​​ໃນ​ຄັ້ງ​ທີ 2 ທີ່​ເຮືອ​ບິນພະຍາຍາມ​ລົງ​ຈອດ​ຢູ່​ສະໜາມ​ບິນ​ທີ່ນະຄອນ Talodi, ລັດ Kordofan ຢູ່​ພາກ​ໃຕ້​ປະ​ເທດ​ນີ້, ນັກ​ບິນຂັບ​ຍົນ Antonov ​ຂົນ​ສົ່ງ​ຄະນະ​ລັດຖະບານ​ຊູ​ດັງ ​ໄດ້ຕຳ​ໃສ່​ພູ​ ​ເຮັດ​ໃຫ້​ເຮືອບິນ​ລະ​ເບີດ. ​ເຮືອ​ບິນ​ລຳ​ດັ່ງກ່າວ​ໄດ້​ບິນ​ຈາກ Khartoum, ຂົນ​ສົ່ງຄະ​ນະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລັດຖະບານ​ຊູ​ດັງ ​ໄປ​ຍັງ​ລັດ Kordofan ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ອັດ​ເທດສະການ Ramandanຂອງຊາວ​ມຸດ​ສະ​ລິ​ມ.

ຂ່າວ/ບົດ​ອື່ນ