ອາຊີຕາເວັນອອກສຽງໃຕ້ຄວນລົງທຶນເພື່ອຫຼຸດຜ່ອນໄພທຳມະຊາດ

ອາຊີຕາເວັນອອກສຽງໃຕ້ຄວນລົງທຶນເພື່ອຫຼຸດຜ່ອນໄພທຳມະຊາດ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 20/2, ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ລົງທຶນ​ເຂົ້າ​ບັນດາ​ໂຄງການ​​ຫຼຸດຜ່ອນ​ໄພພິບັດທຳ​ມາ​ຊາດ​ເພື່ອ​ຮັກສາ​ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ. ທີ່​ເວທີ​ປາໄສໄດ້​ປຶ​ກສາ​ຫາລື​ບັນດາ​ມາດ​ຕະການ​ແນ​ໃສ່​ຫຼຸດຜ່ອນ​ໄພ​ນ້ຳ​ຖ້ວມ​ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໂດຍ​ຄະນະ​ກຳມະການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​​ເສດຖະກິດ​ສັງຄົມ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ( UNESCAP ) ຈັດ​ຂື້ນຢູ່​ນະຄອນຫຼວງ​ບາງກອກ, ປະ​ເທດ​ໄທ. ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ຜູ້ອຳ​ໜ່ວຍ​ການ​ໃຫຍ່ UNESCAP ທ່ານ Noeleen Heyzer ​ໄດ​້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ຢ່າງ​ຮີ​ບດ່ວນໃນ​ການ​ສ້າງ​ຕັ້ງ​ລະບົບມາດ​ຕະການ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ໄພ​ພິບັດທຳ​ມະ​ຊາດ​ລະດັບຊາດ ​ແລະ ທົ່ວ​ພາກ​ພື້ນ. ​ເຫດການນ້ຳຖ້ວມ​​ທຳລາຍ​​ໃນ​ທົ່ວ​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ບໍ່​ເຄີຍ​ມີ​ມາກ່ອນ ໃນ​ປີ 2011 ໄດ້​ວາງ​ອອກ​ຄວາມ​ຮຽກຮ້ອງ​​ເພີ່ມ​ທະວີ​ການ​ລົງທຶນ​ເພື່ອ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດຢ່າງ​ຮີບ​ດ່ວນ​ເພື່ອ​ປົກ​ປັກ​ຮັກສາ​ພື້ນຖານ​ເສດຖະກິດ ​ແລະ ສັງຄົມ.

ທີ່​ເວທີ​ປາ​ໄສ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ປຶກສາ​ຫາລື​ບັນດາ​ບົດຮຽນ​ຈາກ​ໄພ​ທຳ​ມະ​ຊາດ​ຕ່າງໆ​ເຊິ່ງ​ເກີດ​ຂື້ນ​ໃນ​ພາກ​ພື້ນ​ເມື່ອ​ປີ 2011 ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ແນ​ໃສ່​ຊ່ວຍ​ເຫຼືອ​ປະ​ເທດ​ຕ່າງໆ​ຮັບ​ມື​ກັບ​ໄພ​ພິບັດທຳ​ມະ​ຊາດ​ໃນ​ອະນາຄົດຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ​ເຫດ​ນ້ຳ​ຖ້ວມຄັ້ງປະ​ຫວັດ​ສາດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເມື່ອ​ປີ 2011 ​ໄດ້​ສົ່ງ​ຜົນ​ສະທ້ອນ​​ເຖິງປະຊາຊົນຢ່າງ​ໜ້ອຍສຸດ 20 ລ້ານ​ຄົນ, ​​ເຮັດ​ໃຫ້ 1000 ຄົນ​ເສຍ​ຊີວິດ ​ແລະ ຄວາມ​ເສຍ​ຫາຍດ້ານ​ຊັບ​ສິນ​ຂື້ນ​ເຖິງ​ຫຼາຍຕື້ USD. ຂໍ້​ມູນ​ຂ່າວ​ຕົ້ນ​ຕໍ່​ຂອງ​ເວທີ​ປາ​ໄສ​ຢູ່ບາງກອກ ຄັ້ງ​ນີ້​ແມ່ນ ​ຕັກ​ເຕືອນບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ, ບັນດາ​ລັດຖະບານ ​ແລະ ​ພາກ​ເອກະ​ຊົນ​ກ່ຽວ​ກັບ​ໄລຍະ​ຫ່າງລະຫວ່າງ​ການຈະ​ເລີ​ນ​ເຕີບ​ໂຕ​ໄວ ​ແລະ ການ​ລົງທຶນ​ເພື່ອ​ແນ​ໃສ່​ຫຼຸດ​ໄພ​ພິບັດທຳ​ມະ​ຊາດ.
ຂ່າວ/ບົດ​ອື່ນ