ອາຊຽນ 2020: ຫວຽດນາມ ປະກອບສ່ວນເຂົ້າໃນບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ

(VOVWORLD) - ດ້ວຍຖານະບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ມີ “ບົດບາດຕັ້ງໜ້າ ແລະ ສຳເລັດຜົນເປັນໜ້າຊື່ນຊົມ”, ພິເສດແມ່ນໃນການນຳພາປະຕິບັດບັນດາຂໍ້ລິເລີ່ມ ແລະ ບຸລິມະສິດຂອງ ອາຊຽນ ໃນສະພາບການບັນດາປະເທດໃນພາກພື້ນ ແລະ ໃນໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍຈາກໂລກລະບາດໂຄວິດ-19. 
ອາຊຽນ 2020: ຫວຽດນາມ ປະກອບສ່ວນເຂົ້າໃນບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ - ảnh 1 ຕາມທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ອາຊຽນ ເອກະພາບ ພັນທະວົງ  (ພາບ: TTXVN)

  ຕາມທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ອາຊຽນ ເອກະພາບ ພັນທະວົງ ແລ້ວ, ຫວຽດນາມ ໄດ້ປະກອບສ່ວນເພີ່ມທະວີບັນດາຄວາມມານະພະຍາຍາມ ແລະ ການພົວພັນຄູ່ຮ່ວມມືຂອງ ອາຊຽນ ແນໃສ່ກະກຽມໃຫ້ແກ່ການປ້ອງກັນ, ຕ້ານ ແລະ ຫລຸດຜ່ອນບັນດາການກະທົບຈາກໂລກລະບາດທີ່ມີຕໍ່ວິທີຫາເງິນລ້ຽງຊີບຂອງປະຊາຊົນລົງ ກໍ່ຄືພື້ນຖານເສດຖະກິດ, ໃນນັ້ນ ມີການສ້າງຕັ້ງກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ-19, ສ້າງສາງສະສົມອຸປະກອນການແພດຈຳເປັນ.

        ທ່ານເອກອັກຄະລັດຖະທູດ ເອກະພາບ ພັນທະວົງ ສະແດງຄວາມເຊື່ອໝັ້ນຢ່າງແຮງວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນສຳຄັນ ແນໃສ່ບັນລຸໄດ້ບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ ແນໃສ່ປັບປຸງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ