(vovworld) –
(vovworld) – ຫົວໜ້າກົມໃຫຍ່ຮ່ວມມືສາກົນ ຂຶ້ນກັບກະຊວງການຄ້າ ອິນໂດເນເຊຍ ທ່ານ Iman Pambagyo ໃຫ້ຮູ້ວ່າ: 10 ປະເທດສະມາຊິກ ອາຊຽນ ແລະ 6 ປະເທດຄູ່ຮ່ວມມືພາກພື້ນລວມມີ: ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ອີນເດຍ (ອາຊຽນ + 6) ຈະໂຮມປະຊຸມຂັ້ນລັດຖະມົນຕີຢູ່ ບຣຸໄນ ໃນລະຫວ່າງວັນທີ 20 – 22/8 ຈະມາເຖິງເພື່ອປຶກສາຫາລື ແລະ ວາງອອກແຜນກຳນົດທິດການເມືອງໃຫ້ແກ່ວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ເພື່ອແນໃສ່ຊຸກຍູ້ບັນດາການເຈລະຈາທີ່ຈະມາເຖິງມີຄວາມຄືບໜ້າກ່ວາອີກ. ຂອບເຂດການເຈລະຈາຈະໄດ້ຮັບການສະຫລຸບຈາກບັນດາບົດລາຍງານເຂົ້າຮ່ວມກອງປະຊຸມຂອງບັນດາລັດຖະມົນຕີປະເທດສະມາຊິກ RCEP, ເຊິ່ງລວມມີບັນດາຂໍ້ສະເໜີວິທີປຶກສາຫາລືບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການປຶກສາຫາລືກ່ຽວກັບ RCEP ທີ່ຜ່ານມາ. ຕາມຂໍ້ຕົກລົງໃນວິວັດທະນາການເຈລະຈາ RCEP, ບັນດາຂົງເຂດບຸລິມະສິດສຸມໃສ່ປຶກສາຫາລືໃນປະຈຸບັນແມ່ນສິນຄ້າ, ການບໍລິການ ແລະ ການລົງທຶນ. ມຸ້ງໄປເຖິງການສ້າງສຳເລັດ RCEP ໃນທ້າຍປີ 2015, ບັນດາການເຈລະຈາ RCEP ວາງຈຸດໝາຍບັນລຸຂໍ້ຕົກລົງຮ່ວມມືເສດຖະກິດທີ່ທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງສຳລັບສະພາບແວດລ້ອມການຄ້າ ແລະ ການລົງທຶນເປີດ ເພື່ອສ້າງເງື່ອນໄຂເປີດກ້ວາງການຄ້າ ແລະ ການລົງທຶນໃນພາກພື້ນ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນາເສດຖະກິດທົ່ວໂລກ.