ອາຊຽນ - ຈີນ ຈະປຶກສາຫາລື ກ່ຽວກັບ COC ຢູ່ໄທ

ອາຊຽນ - ຈີນ ຈະປຶກສາຫາລື ກ່ຽວກັບ COC ຢູ່ໄທ - ảnh 1
ການ​ພົບ​ປະລະ​ຫວ່າງ​ທ່ານ​ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ
ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີນ​ໂດ​ເນ​ເຊຍ
(ພາບ: hecambodiaherald.com)

(vovworld) -     ວັນ​ທີ 22/10, ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ Hor Namhong ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີນ​ໂດ​ເນ​ເຊຍ M.Natalegawa, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ແນ​ໃສ່​ປະຕິບັດ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ມຸ່ງ​ໄປ​ເຖິງປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ກ່າວ​ຄຳ​ເຫັນຕໍ່​ວົງ​ການກັບ​ນັກ​ຂ່າວພາຍຫຼັງ​ການ​ພົບ​ປະ, ທ່ານ Hor Namhong ​ໃຫ້​ຮູ້​ວ່າ ​ການ​ນຳ​ຂັ້ນ​ສູງ ອາ​ຊຽນ - ຈີນ ປຶກສາ​ຫາລືບັນຫາ COC ​ທີ່​ກອງ​ປະຊຸມ​ຈະ​ມາ​ເຖິງ​ຢູ່ ພູ​ເກດ (​ໄທ) ກໍ​ຄື​ໃນ​ບັນດາ​ກອງ​ປະຊຸມ​ຕໍ່ໆ​ໄປ.  ທ່ານ Hor Namhong ​ໃຫ້​ຮູ້​ວ່າ ​ໄດ້​ສະ​ເໜີ​​ໃຫ້​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ, ປະ​ເທດ​ປະສານ​ງານ​ອາ​ຊຽນ ​ແລະ ຈີນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຈັດ​ຕັ້ງ​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ອາ​ຊຽນ ​ແລະ ຈີ​ນ ກ່ຽວ​ກັບ​ບັນຫາ COC ​ໃນ​ວັນ​ທີ 29/10/2012.

ຂ່າວ/ບົດ​ອື່ນ