(vovworld) – ກ່າວຄຳເຫັນຕາງໜ້າໃຫ້ອາຊຽນ ທີ່ວາລະປຶກສາຫາລືກ່ຽວກັບຫົວຂໍ້ “ການເຄື່ອນໄຫວຮ່ວມມືພັດທະນາຂອງສະຫະປະຊາຊາດ” ໃນລາຍການດຳເນີນງານຂອງສະມັດຊາໃຫຍ່ຄັ້ງທີ 69, ດຳເນີນໄປໃນວັນທີ 29/10, ຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ, ອາເມລິກາ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າປະຈຳການຫວຽດນາມ ຢູ່ສະຫະປະຊາຊາດ ໄດ້ຕີລາຄາສູງບົດບາດກໍ່ຄືການໜູນຊ່ວຍຂອງສະຫະປະຊາຊາດ ໃນບັນດາການເຄື່ອນໄຫວພັດທະນາຢູ່ປະເທດຕ່າງໆ ແລະ ຖືວ່າ ເສົາຄ້ຳພັດທະນາມີຄວາມໝາຍສຳຄັນເພື່ອຊຸກຍູ້ບັນດາເສົາຄ້ຳອື່ນຂອງສະຫະປະຊາຊາດ, ພ້ອມທັງສົ່ງເສີມສະຫະປະຊາຊາດສືບຕໍ່ພ້ອມກັບອາຊຽນ ຊຸກຍູ້ຖະແຫຼງການຮ່ວມກ່ຽວກັບການຮ່ວມມືຮອບດ້ານລະຫວ່າງສະຫະປະຊາຊາດ ກັບອາຊຽນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ແບ່ງປັນຄວາມວິຕົກກັງວົນຂອງຫຼາຍປະເທດກ່ຽວກັບສະພາບຊຸດຊົມແຫຼ່ງກຳລັງ ແລະ ຮຽກຮ້ອງໃຫ້ບັນດາປະເທດອຸປະຖຳ ສືບຕໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍແຫຼ່ງກຳລັງໃຫ້ແກ່ການພັດທະນາ, ພິເສດແມ່ນໜູນຊ່ວຍແຫຼ່ງກຳລັງໃຫ້ບັນດາປະເທດທີ່ມີລະດັບພັດທະນາແຕກຕ່າງກັນ ສາມາດຮັບມືກັບບັນດາສິ່ງທ້າທາຍໃນການພັດທະນາ. ທ່ານນາງເອກອັກຄະລັດຖະທູດ ໄດ້ຕາງໜ້າອາຊຽນ ຮຽກຮ້ອງສະຫະປະຊາຊາດ ກໍ່ຄືບັນດາປະເທດສະມາຊິກສະຫະປະຊາຊາດ ສືບຕໍ່ໜູນຊ່ວຍການຮ່ວມມື ໃຕ້ - ໃຕ້ ແລະ ຮ່ວມມື 3 ຝ່າຍ.