ອາຊຽນ ມີຄວາມວິຕົກກັງວົນ ຕໍ່ເຫດການທົດລອງ ນິວເຄຼຍ ຂອງ ສປປ ເກົາຫຼີ
ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ
(ພາບ: ອີນເຕີເນັດ)
(vovworld) - ວັນທີ 19/2, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກ ອາຊຽນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ຜົນສະທ້ອນຂອງເຫດການທົດລອງນິວເຄຼຍ ຄັ້ງທີ 3 ເຊິ່ງ ສປປ ເກົາຫຼີ ຫາກໍ່ດຳເນີນໃນເດືອນນີ້ ສຳລັບສັນຕິພາບ ແລະ ຄວາມສະຖຽນລະພາບໃນພາກພື້ນ. ຖະແຫຼງການ ຈາກຄະນະເລຂາ ອາຊຽນ ອີກເທື່ອໜຶ່ງ ຢັ້ງຢືນການສະໜັບສະໜູນຕໍ່ຄວາມມານະພະຍາຍາມທັງໝົດເພື່ອແນໃສ່ປອດນິວເຄຼຍ ໃນແຫຼມ ເກົາຫຼີ ໂດຍສັນຕິ ແລະ ເຊື່ອມຕໍ່ວິວັດທະນາການເຈລະຈາ 6 ຝ່າຍ ໂດຍໄວ. ອາຊຽນ ກໍ່ເນັ້ນໜັກເຖິງ: ຄວາມສຳຄັນຂອງການໂອ້ລົມສົນທະນາ ເພື່ອຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນລະຫວ່າງ ຝ່າຍຕ່າງໆ ທີ່ກ່ຽວຂ້ອງ ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ສະຖານລະພາບໃນແຫຼມ ເກົາຫຼີ.
ໃນຂະນະນັ້ນ, ກ່າວຄຳເຫັນທີ່ກອງປະຊຸມຫຼຸດຜ່ອນກຳລັງປະກອບອາວຸດ ຂອງ ສະຫະປະຊາຊາດ ເຊິ່ງຈັດຕັ້ງ ຢູ່ ເຊີແນວ, ປະເທດ ສະວິດ, ທ່ານເລຂາທີ 1 ຄະນະພົວພັນຕ່າງປະເທດ ສປປ ເກົາຫຼີ ຢູ່ ເຊີແນວ Jon Yong Ryong ຖະແຫຼງວ່າ: ເຫດການທົດລອງ ນິວເຄຼຍ ເມື່ອວັນທີ 12/2 ຂອງ ພຽງຢາງ ແມ່ນ ມາດຕະການ “ປ້ອງກັນຕົວ” ເພື່ອໂຕ້ຕອບໄພນາບຂູ່ນັບມື້ນັບເພີ່ມຂຶ້ນຂອງ ອາເມລິກາ.