ອາ​ຊຽນ, ອາ​ເມ​ລິ​ກາ ຮ່ວມ​ມື​ກັນ​ເພີ່ມ​ທະ​ວີ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ

(VOVWORLD) -ວັນທີ 15 ພຶດສະພາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ Budi Gunadi Sadikin ໃຫ້ຮູ້ວ່າ ບັນດາລັດຖະມົນຕີກະຊວງສາທາລະນະສຸກ ປະເທດສະມາຊິກ ອາຊຽນ ຈະຮ່ວມມືກັບຄູ່ຮ່ວມຕຳແໜ່ງ ອາເມລິກາ ເພື່ອພັດທະນາ ແລະ ປັບປຸງລະບົບສາທາລະນະສຸກໃນພາກພື້ນ. 

ຢູ່ກອງປະຊຸມລັດຖະມົນຕີສາທາລະນະສຸກ ພິເສດ ອາຊຽນ - ອາເມລິກາ ເຊິ່ງໄດ້ຈັດຂຶ້ນຢູ່ນອກກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນຄັ້ງທີ 15, ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາ ຮ່າງມາດຖານ ອາຊຽນ - ອາເມລິກາ ແລະ ກໍ່ສ້າງແຜນການປະຕິບັດງານໄລຍະ 3 ປີ. ບັນດາລັດຖະມົນຕີສາທາລະນະສຸກ ອາຊຽນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຊຸກຍູ້ 3 ແງ່ມູມ, ໃນນັ້ນແງ່ມູມທຳອິດກ່ຽວຂ້ອງເຖິງການເພີ່ມທະວີລະບົບສາທາລະນະສຸກ ໃນບັນດາກໍລະນີສຸກເສີນ ເພື່ອແນໃສ່ເປົ້າໝາຍສະກັດກັ້ນໂລກລະບາດຮອບໃໝ່. ທ່ານ Gunadi ໃຫ້ຮູ້ວ່າ ຝ່າຍ ອາເມລິກາ ມີຄວາມສົນໃຈຕໍ່ການບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ ອາຊຽນ, ອາຊຽນ ແລະ ອາເມລິກາ ຈະມານະພະຍາຍາມຍົກສູງກຳລັງຄວາມສາມາດ, ເພີ່ມທະວີຈຳນວນ ພ້ອມທັງ ຮັບປະກັນຄຸນນະພາບຂອງບັນດາພະນັກງານສາທາລະນະສຸກ ເພື່ອຕອບສະໜອງຄວາມຕ້ອງການດ້ານສຸຂະພາບຂອງ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ