ອາຊຽນ ແລະ ລັດເຊຍ ຊຸກຍູ້ການຮ່ວມມືໃນຂົງເຂດເຕັກນິກດີຈີຕອນ

(VOVWORLD) -ອາຊຽນ ແລະ ຄະນະກໍາມະການເສດຖະກິດ ອາຊີ - ເອີຣົບ ກໍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືດ້ານເສດຖະກິດ. 
ອາຊຽນ ແລະ ລັດເຊຍ ຊຸກຍູ້ການຮ່ວມມືໃນຂົງເຂດເຕັກນິກດີຈີຕອນ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin ຖ່າຍຮູບພ້ອມກັບບັນດາການນໍາອາຊຽນ ທີ່ກອງປະຊຸມຂັ້ນສູງລັດເຊຍ - ອາຊຽນ ຢູ່ສິງກະໂປ ເຊິ່ງດໍາເນີນໃນວັນທີ 14 ພະຈິກ 2018 (ພາບປະກອບ: THX/TTXVN)

ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະພາວິສາຫະກິດລັດເຊຍ - ອາຊຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ກ່ຽວກັບຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເພື່ອສ້າງພື້ນຖານໃຫ້ແກ່ການຮ່ວມມືໃນອະນາຄົດ. ຂໍ້ມູນຂ່າວດັ່ງກ່າວ ໂດຍທ່ານ Danuyar Akkaziyev - ຜູ້ອໍານວຍການບໍລິຫານສະພາວິສາຫະກິດ “ລັດເຊຍ - ອາຊຽນ” ກ່າວຄໍາເຫັນຢູ່ນອກກອງປະຊຸມຄະນະກໍາມະການ ໄທ - ລັດເຊຍ ກ່ຽວກັບການຮ່ວມມືສອງຝ່າຍ, ເຊິ່ງໄດ້ດໍາເນີນໃນວັນທີ 27 ທັນວາ ຢູ່ ໄທ. ທ່ານ Akkaziyev ກໍໄດ້ເນັ້ນໜັກເຖິງຄວາມໝາຍຂອງບົດບັນທຶກຊ່ວຍຈໍາກ່ຽວກັບຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ໂດຍສະພາວິສາຫະກິດ ລັດເຊຍ - ອາຊຽນ ແລະ ສະພາໃຫ້ຄໍາປຶກສາດໍາເນີນທຸລະກິດ ອາຊຽນໄດ້ລົງນາມ ໃນກອງປະຊຸມດໍາເນີນທຸລະກິດ ແລະ ລົງທຶນ ອາຊຽນ ( ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 12 – 13 ພະຈິກ ຢູ່ ສິງກະໂປ). ຕາມທ່ານ Akkaziyev ແລ້ວ, ຜົນຂອງການພົບປະຄັ້ງຜ່ານມາຢູ່ສິງກະໂປ ແມ່ນປະສົບຜົນສໍາເລັດຢ່າງຈົບງາມ, ໃນນັ້ນ, ອາຊຽນ ແລະ ຄະນະກໍາມະການເສດຖະກິດ ອາຊີ - ເອີຣົບ ກໍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືດ້ານເສດຖະກິດ. ນີ້ແມ່ນຂັ້ນຕອນທໍາອິດ ເພື່ອແນໃສ່ສ້າງຕັ້ງການຮ່ວມມືອັນແທດຈິງລະຫວ່າງວົງການດໍາເນີນທຸລະກິດສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ