ອາຊຽນກຽມພ້ອມໜູນຊ່ວຍບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ປະສົບໄພນ້ຳຖ້ວມແລະດິນເຊາະເຈື່ອນ

(VOVWORLD) -ບັນດາລັດຖະມົນຕີໄດ້ແບ່ງເບົ່າຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ບັນດາຜົນເສຍຫາຍອັນໃຫຍ່ຫຼວງທາງດ້ານຊີວິດອິນຊີ ແລະ ຊັບສິນ, ກໍ່ຄືບັນດາຜົນກະທົບທີ່ຫຍໍ້ທໍ້ເຖິງຊີວິດການເປັນຢູ່ຂອງປະຊາຊົນ.

ອາຊຽນກຽມພ້ອມໜູນຊ່ວຍບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ປະສົບໄພນ້ຳຖ້ວມແລະດິນເຊາະເຈື່ອນ - ảnh 1

ສະພາບນ້ຳຖ້ວມໄດ້ກໍ່ຜົນກະທົບທີ່ຫຍໍ້ທໍ້ເຖິງຊີວິດການເປັນຢູ່ຂອງປະຊາຊົນ

(ພາບປະກອບ: TTXVN)

ວັນທີ 27 ຕຸລາ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະແຫຼງການກ່ຽວກັບສະພາບນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ໃນຖະແຫຼງການ, ບັນດາລັດຖະມົນຕີໄດ້ແບ່ງເບົ່າຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ບັນດາຜົນເສຍຫາຍອັນໃຫຍ່ຫຼວງທາງດ້ານຊີວິດອິນຊີ ແລະ ຊັບສິນ, ກໍ່ຄືບັນດາຜົນກະທົບທີ່ຫຍໍ້ທໍ້ເຖິງຊີວິດການເປັນຢູ່ຂອງປະຊາຊົນ ຍ້ອນສະພາບນ້ຳຖ້ວມ, ດິນເຊາະເຈື່ອນເກີດຂຶ້ນຢູ່ຫວຽດນາມ, ກຳປູເຈຍ, ລາວ, ຟີລິບປິນ ແລະ ໄທ. ອາຊຽນ ຢືນຢັນເຖິງນ້ຳໃຈສາມັກຄີກັບລັດຖະບານ ແລະ ປະຊາຊົນບັນດາປະເທດຖືກຜົນສະທ້ອນ ແລະ ກຽມພ້ອມການໜູນຊ່ວຍ.

        ໃນວັນດຽວກັນ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ເຊີແນວ ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນຂອງຄະນະຜູ້ຕາງໜ້າ ແລະ ບັນດາອົງການຂຶ້ນກັບຄະນະຜູ້ຕາງໜ້າ, ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ສະວິດ ສະໜັບສະໜູນ, ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ບັນດາແຂວງທາງພາກກາງ ຖືກເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ.

ຕອບກັບ

ຂ່າວ/ບົດ​ອື່ນ