ອາຊຽນມຸ່ງໄປເຖິງການສ້າງປະຊາຄົມເສດຖະກິດບໍ່ມີພົມແດນ

ອາຊຽນມຸ່ງໄປເຖິງການສ້າງປະຊາຄົມເສດຖະກິດບໍ່ມີພົມແດນ - ảnh 1
ປື້​ມ “ASEAN 2030 - ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ບໍ່​ມີພົມ​ແດນ”
(ພາບ: Kim Yến/Vietnam+)

(vovworld) - ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໃນ​ປີ 2015 ຈະ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ທຸກ​ໆ​ປະ​ເທດ​ສະມາຊິກ ອາ​ຊຽນ, ພ້ອມ​ທັງ​ນີ້​ກໍ່​ແມ່ນ​ຈຸດ​ເລີ່​ມຕົ້ນ​ຂອງ​ໄລຍະ​ທາງ​ສຳຄັນ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ບໍ່​ມີ​ພົມ​ແດນ​ໃນ​ປີ 2030. ນີ້​ແມ່ນ​ເນື້ອ​ໃນ​ການ​ຄົ້ນ​ຄ້ວາ​ໂດຍ​ສະ​ຖາ​ບັນ​ທະນາຄາ​ນພັດທະນາອາຊີ (ADBI) ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ISEAS) ຂອງ ສິງ​ກາ​​ໂປ​ປະຕິບັດ​ດ້ວຍ​ການ​ຮ່ວມ​ມື​ຂອງ​ທະນາຄານ​ພັດທະນາ​ອາຊີ (ADB) ​ແລະ ຄະນະ​ເລຂາ​ອາ​ຊຽນ ​ໄດ້​ສຸມ​ໃສ່​ເຂົ້າ​ໃນປື້​ມ “ASEAN 2030 - ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ບໍ່​ມີພົມ​ແດນ”.

        ວັນ​ທີ 17/7, ກ່າວ​ຄຳ​ເຫັນ​ທີ່​ການສະ​ເໜີ​ຕໍ່​ຜູ້​ອ່ານປື້​ມຫົວ​ນີ້​ຢູ່​ສິງ​ກາ​ໂປ​, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ​ເນັ້ນ​ໜັກ​ວ່າ: ປື້​ມຫົວ​ນີ້​ໄດ້​ຊ່ວຍ​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ​ເຮັດ​​ໃຫ້​ບັນດາ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ອຸດົມສົມບູນ​ກ່ວາ ​ແລະ ຜ່ານ​ນັ້ນ​ຊ່ວຍ ອາ​ຊຽນ ປັບປຸງ​ໂຄງການ​ດຳ​ເນີນ​ງານ​ຂອງ​ຕົນກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ຍິ່ງກ່ວາ​ອີກ.



ຂ່າວ/ບົດ​ອື່ນ