ອາຊຽນ-ສະວິດ: ໃຫ້ຄຳໝັ້ນສັນຍາສະໜັບສະໜູນແລະເດີນຕາມເປົ້າໝາຍການຄ້າເສລີ

(VOVWORLD) -ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການເຈລະຈາທາງອອນລາຍ ພາຍໃຕ້ຮູບການ 3 ຝ່າຍ (troika) ເປີດກວ້າງກັບ ສະວິດ.

ອາຊຽນ-ສະວິດ: ໃຫ້ຄຳໝັ້ນສັນຍາສະໜັບສະໜູນແລະເດີນຕາມເປົ້າໝາຍການຄ້າເສລີ - ảnh 1 ລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການເຈລະຈາທາງອອນລາຍ ພາຍໃຕ້ຮູບການ 3 ຝ່າຍ

(ພາບ: baoquocte.vn)

ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ວັນທີ 10 ພະຈິກ, ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການເຈລະຈາທາງອອນລາຍ ພາຍໃຕ້ຮູບການ 3 ຝ່າຍ (troika) ເປີດກວ້າງກັບ ສະວິດ. ທີ່ກອງປະຊຸມ, ບັນດາຝ່າຍລ້ວນແຕ່ສະແດງໃຫ້ເຫັນຄວາມວິຕົກກັງວົນລວມກ່ຽວກັບຜົນສະທ້ອນຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການເຕີບໂຕ ແລະ ພັດທະນາເສດຖະກິດຂອງບັນດາຝ່າຍ. ພ້ອມທັງ, ຮັບຮູ້ເຖິງຄວາມຈຳເປັນຕ້ອງສາມັກຄີກັນ ແລະ ຮ່ວມມືກັນລະຫວ່າງບັນດາຝ່າຍຢ່າງແໜ້ນແຟ້ນກວ່າອີກ ເພື່ອຕ້ານໂລກລະບາດ ແລະ ຍູ້ໄວວິວັດທະນາການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ. ເນື່ອງໃນໂອກາດນີ້, ບັນດາຝ່າຍໄດ້ໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືເພື່ອແນໃສ່ຮັກສາ ແລະ ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງອາຊຽນ ແລະ ສະວິດ; ມານະພະຍາຍາມເພື່ອຫຼຸດຜ່ອນຜົນກະສະທ້ອນຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ພື້ນຖານເສດຖະກິດບັນດາຝ່າຍ; ສືບຕໍ່ເດີນຕາມນະໂຍບາຍເສດຖະກິດເປີດ ແລະ ໂປ່ງໄສ… ບັນດາປະເທດອາຊຽນ ແລະ ສະວິດ ໄດ້ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ເດີນຕາມເປົ້າໝາຍການຄ້າເສລີ ບົນພື້ນຖານລະບົບການຄ້າຫຼາຍຝ່າຍຂອງ WTO ແລະ ເຫັນດີຮ່ວມມືກັນເພື່ອແນໃສ່ບັນລຸໄດ້ບັນດາໝາກຜົນຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ