ອາຊຽນສະເໜີຕົວສູນຮ່ວມມືຕ້ານຢາເສບຕິດ
ທ່ານລັດຖະມົນຕີກະຊວງຍຸຕິທຳ ໄທ ໄພບຸນ ກຸມຈາຢາ
(ພາບ: macaudailytimes.com)
(vovworld) – ສູນຮ່ວມມືຕ້ານຢາເສບຕິດມີສຳນັກງານຕັ້ງຢູ່ນະຄອນຫຼວງ ບາງກອກ (ປະເທດໄທ), ເພື່ອແນໃສ່ປັບປຸງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກ່ວາອີກລະຫວ່າງບັນດາປະເທດສະມາຊິກ ໃນການປະຕິບັດຈຸດໝາຍ “ ອາຊຽນ ປອດຢາເສບຕິດໃນປີ 2015”. ຕາມທ່ານລັດຖະມົນຕີກະຊວງຍຸຕິທຳ ໄທ ໄພບຸນ ກຸມຈາຢາ, ສູນດັ່ງກ່າວຈະແມ່ນເວທີປາໄສເພີ່ມທະວີການຮ່ວມມື ແລະ ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການຄວບຄຸມຢາເສບຕິດລະຫວ່າງບັນດາປະເທດສະມາຊິກ ອາຊຽນ, ກໍ່ຄືລະຫວ່າງ ອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ.
ໃນຕໍ່ໜ້າ, ສູນຮ່ວມມືຕ້ານຢາເສບຕິດສຸມໃສ່ໄປສູ່ໃນບັນຫາປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ຫຼັງຈາກນັ້ນຈະເປີດກ້ວາງເຂົ້າບັນດາຂົງເຂດກ່ຽວຂ້ອງເຖິງການຄວບຄຸມຢາເສບຕິດ.
ພາຍຫຼັງພິທີສະເໜີຕົວໃນວັນທີ 19/9, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນກັບ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ (ASOD + 3) ແລະ ຮ່ວມມືຄວບຄຸມຢາເສບຕິດ. ກອງປະຊຸມຢັ້ງຢືນຄຳໝັ້ນສັນຍາຢ່າງແໜ້ນແຟ້ນຂອງບັນດາປະເທດໃນບັ້ນເຄື່ອນໄຫວຕ້ານອາດຊະຍາກຳຢາເສບຕິດ ແລະ ຮັບປະກັນປະສິດທິຜົນການເຄື່ອນໄຫວຂອງສູນດັ່ງກ່າວ.