ອາຊຽນ-ຫວຽດນາມແບ່ງປັນຄວາມສາມາດສ້າງປະຊາຄົມ
ພາບປະກອບ
(vovworld) - ກອງປະຊຸມສຳມະນາ “ການກຳນົດທິດສ້າງປະຊາຄົມ ອາຊຽນ ຫຼັງປີ 2015: ທັດສະນະຂອງບັນດາປະເທດ ອາຊຽນ ແລະ ຫວຽດນາມ”, ໃນຂອບເຂດໂຄງການ “ຍົກສູງກຳລັງຄວາມສາມາດຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກຊິ່ງກ້ວາງຂວາງ ຂອງ ຫວຽດນາມ ຮອດປີ 2020”, ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ສິ້ນສຸດລົງໃນວັນທີ 05/12, ຢູ່ ຮ່າໂນ້ຍ. ໃນບົດກ່າວປາໄສທີ່ກອງປະຊຸມສຳມະນາ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ຖືວ່າ: ປີ 2014 ແມ່ນບາດລ້ຽວຕັດສິນຜົນສຳເລັດຂອງວິວັດທະນາການສ້າງປະຊາຄົມ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ຈຳເປັນຕ້ອງປັບປຸງຕາມລະບອບ, ກົນໄກຂອງ ອາຊຽນ ແມ່ນພື້ນຖານໜັກແໜ້ນໃຫ້ແກ່ການພັດທະນາຂອງ ອາຊຽນ ຫຼັງປີ 2015, ລວມມີການຍົກສູງກຳລັງຄວາມສາມາດຂອງຄະນະເລຂາ ອາຊຽນ, ເພີ່ມທະວີປະສິດທິຜົນຂອງບັນດາອົງການ, ລະບອບ ຂອງ ອາຊຽນ. ທ່ານເລຂາທິການໃຫຍ່ ຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃນ 3 ເສົາຄ້ຳການເມືອງ ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ແລະ ຫວັງວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາສະມາຊິກ ອາຊຽນ ມານະພະຍາຍາມເພື່ອໃຫ້ຂອງວິວັດທະນາການສ້າງປະຊາຄົມຮັບຜົນສຳເລັດ.
ໃນ 2 ວັນດຳເນີນກອງປະຊຸມສຳມະນາ (3-4/12), ບັນດາຜູ້ແທນປຶກສາຫາລືກ່ຽວກັບການກຳນົດທິດພັດທະນາຂອງ ອາຊຽນ ຫຼັງປີ 2015 ໃນທັງ 3 ເສົາຄ້ຳ ການເມືອງ - ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ບັນດາຜູ້ແທນລ້ວນແຕ່ຖືວ່າ: ກ່ອນອື່ນໝົດ ອາຊຽນ ຄວນສ້າງສຳເລັດບັນດາມາດຖານ, ມາດຕະການທີ່ໄດ້ຍົກອອກມາໃນວິວັດທະນາການສ້າງປະຊາຄົມ ອາຊຽນ ຮອດປີ 2015 ເພື່ອແນໃສ່ຮ່ວມສຳພັນ ແລະ ຮ່ວມມື ອາຊຽນ ຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງປະຊາຄົມສະໜິດຕິດພັນທາງດ້ານການເມືອງ, ຮ່ວມສຳພັນ ທາງດ້ານເສດຖະກິດ ແລະ ພ້ອມກັນແບ່ງປັນຄວາມຮັບຜິດຊອບສັງຄົມ.