ອາຊຽນເພີ່ມທະວີການແລກປ່ຽນຮ່ວມມືກັບອານເຊຣີ
ທ່ານ ຫງວຽນດີງທາວ, ເອກອັກຄະລັດຖະທູດຫວຽດນາມ
ປະຈຳ ອານເຊຣີ ທີ່ການເຮັດວຽກ
ພາບ:TTXVN
|
(vovworld)- ວັນທີ 12/10, ທ່ານ ຫງວຽນດີງທາວ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອານເຊຣີ ໄດ້ເປັນປະທານການເຮັດວຽກກ່ຽວກັບການສົ່ງເສີມການແລກປ່ຽນການຮ່ວມມືລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງບັນດາປະເທດ ອາຊຽນ ຢູ່ Buenos Aires ກັບການນຳນະຄອນ Madryn ຂຶ້ນກັບແຂວງ Chubut. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວໂດຍສະຖານທູດຫວຽດນາມ ຈັດຕັ້ງ ໃນ ປີ 2016, ຊື່ງແມ່ນປີທີ່ຫວຽດນາມ ດຳລົງຕຳແຫນ່ງປະທານໝູນວຽນ ອາຊຽນ ຢູ່ ອານເຊຣີ. ເຂົ້າຮ່ວມການເຄື່ອນໄຫວນີ້ ຍັງມີເອກອັກຄະລັດຖະທູດບັນດາປະເທດ ຄື: ອິນໂດເນເຊຍ, ຟິລີບປີນ, ມາເລເຊຍ ແລະ ອຸປະທູດຊົ່ວຄາວ ໄທ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ Ricardo Sastre, ເຈົ້າຄອງນະຄອນ Madryn, ປາດຖະຫນາຢາກເພີ່ມທະວີການແລກປ່ຽນການຮ່ວມມືໃນຂົງເຂດດ້ານການຄ້າ, ອຸດສາຫະກຳ, ການລົງທຶນ, ການທ່ອງທ່ຽວ, ກິລາ ແລະ ວັດທະນະທຳ ກັບບັນດາຄູ່ຮ່ວມມື ອາຊຽນ, ພິເສດ ເນັ້ນຫນັກເຖິງຄວາມສາມາດການທ່ອງທ່ຽວຂອງ ນະຄອນນີ້. ທ່ານເອກອັກຄະລັດຖະທູດ ຫງວຽນດີງທາວ, ສະເຫນີ ເປີດກວ້າງການສ້າງນະຄອນແຮກຊ່ຽວລະຫວ່າງບັນດາທ້ອງຖິ່ນຂອງບັນດາປະເທດສະມາຊິກ ອາຊຽນ ກັບ Madryn ເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ພ້ອມທັງເຊື້ອເຊີນບັນດາວິສາຫະກິດຂອງນະຄອນນີ້ ເຂົ້າຮ່ວມງານຕະຫລາດນັດການຄ້າສາກົນຢູ່ຫວຽດນາມໃນປີ 2017.