ອາຊຽນເພີ່ມທະວິກຳລັງຄວາມສາມາດວິທະຍາສາດ,ເຕັກໂນໂລຊີແລະປ່ຽນໃຫມ່

ອາຊຽນເພີ່ມທະວິກຳລັງຄວາມສາມາດວິທະຍາສາດ,ເຕັກໂນໂລຊີແລະປ່ຽນໃຫມ່ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:internet

(vovworld)-ກອງ​ປະຊຸມ​ລັດຖະມົນຕີ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ອາຊຽນຄັ້ງທີ 15 ດຳ​ເນີນ​ໄປ​ໃນ​ວັນ​ທີ 12/11 ຢູ່ນະຄອນຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 100 ທ່ານ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ ​ແລະ ຄະນ​ະ​ເລຂາ ອາ​ຊຽນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ​ເລ​ດີງຕຽນ, ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ນຳ​ຫນ້າ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ດັ່ງກ່າວ. ກອງ​ປະຊຸມ ​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ຄື: ສ້າງ​ຕັ້ງ​ກອງ​ທຶນ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນ​ໃຫມ່ ອາ​ຊຽນ, ບັນດາ​ມາດຕະຖານ​ວິທະຍາສາດ​ໃນ​ອາ​ຊຽນ, ສ້າງ​ວິວັດ​ການ ​ແລະ ​ແຜນການ​ດຳ​ເນີນ​ງານຂອງ​ອາ​ຊຽນ​ໃນ​ໄລຍະ 2015-2020.

 

 

ຂ່າວ/ບົດ​ອື່ນ