ທ່ານຮອງລັດຖະມົນຕີຟ້າມກວາງວິງ
(ພາບ: gafin.vn)
(vovworld)- ວັນທີ 18/4, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມກວາງວິງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການແລກປ່ຽນກັບວົງການນັກຂ່າວກ່ອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 22 ຊື່ງຈະຈັດຂຶ້ນຢູ່ບຣູໄນ ແຕ່ວັນທີ 24-25/4/2013, ທ່ານຮອງລັດຖະມົນຕີຟ້າມກວາງວິງ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 22 ແມ່ນກອງປະຊຸມສຸດຍອດຄັ້ງທຳອິດໃນປີ 2013 ດ້ວຍຫົວເລື່ອງ “ອາຊຽນ-ປະຊາຊົນ ແລະ ອະນາຄົດຂອງພວກເຮົາ“. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ນຳໜ້າຈະເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາການນຳອາຊຽນ ຈະປຶກສາຫາລື 4 ບັນຫາຕົ້ນຕໍຄື: ການກຳນົດທິດ ແລະ ການໃຫ້ບຸລິມະສິດຂອງອາຊຽນໃນປີ 2013; ການກຳນົດທິດຂອງອາຊຽນ ແຕ່ນີ້ຮອດປີ 2015 ແລະ ຫຼັງປີ 2015; ຍູ້ໄວວິວັດການສ້າງປະຊາຄົມອາຊຽນ; ເສີມຂະຫຍາຍບົດບາດຕົ້ນຕໍຂອງອາຊຽນ ໃນບັນດາບັນຫາສຳຄັນຂອງພາກພື້ນ. ບັນດາບັນຫາສາກົນ ແລະ ພາກພື້ນຕ່າງມີຄວາມສົນໃຈ. ທ່ານຮອງລັດຖະມົນຕີຟ້າມກວາງວິງ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ອາຊຽນ ໄດ້ສະແດງໃຫ້ເຫັນວ່າແມ່ນປັດໄຈສຳຄັນ, ຂາດບໍ່ໄດ້ສຳລັບສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບຢູ່ພາກພື້ນ, ບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາຍາມໃດກໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນບັນດາເວທີປາໄສ ແລະ ຂອບເຂດການຮ່ວມມືໃນພາກພື້ນ.