ອາຊຽນແມ່ນຄູ່ຮ່ວມມືສຳຄັນຂອງສະຫະພັນລັດເຊຍ
ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ
(ພາບ: indothaitrade.com)
|
(vovworld) – ວັນທີ 20/4, ທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ Arkady Dvokovich ໄດ້ໄປຢ້ຽມຢາມ ຄະນະເລຂາ ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສາງໃຕ້ (ASEAN) ແລະ ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ເລເລືອງມິງ ປາຖະໜາຢາກໃຫ້ 2 ຝ່າຍສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍິ່ງກວ່າອີກ. ທ່ານເລຂາທິການໃຫຍ່ຕີລາຄາສູງການໜູນຊ່ວຍຂອງລັດເຊຍສຳລັບບົດບາດເປັນໃຈກາງຂອງອາຊຽນໃນບັນດາກົນໄກຕ່າງໆ. ສ່ວນທ່ານຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ Dvokovich ຜູ້ຕິດຕາມກວດກາບັນດາບັນຫາເສດຖະກິດຂອງລັດເຊຍ, ຖະແຫຼງວ່າ : ລັດເຊຍຖືອາຊຽນແມ່ນຄູ່ຮ່ວມມືສຳຄັນ ແລະ ຮັບຮູ້ບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດອັນໃຫຍ່ຫຼວງຂອງອາຊຽນຈຶ່ງນຳມາເຊິ່ງການຮ່ວມມືນີ້. ຕາມທ່ານຮອງນາຍົກລັດຖະມົນຕີລັດເຊຍແລ້ວ, ປະຈຸບັນ ສະພາບແວດລ້ອມດ້ານການເມືອງຢູ່ພາກພື້ນອາຊີ-ປາຊີຝິກ ໄດ້ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືສາກົນ ແລະ ຮັບຮູ້ບັນດາບົດບາດໃຈກາງຂອງອາຊຽນໃນບັນຫານີ້. ລັດເຊຍຊົມເຊີຍຕໍ່ເລື່ອງສ້າງປະຊາຄົມອາຊຽນໃນປີ 2015, ພ້ອມທັງຮຽກຮ້ອງໃຫ້ຮ່ວມມືແໜ້ນແຟ້ນກວ່າອີກ ເພື່ອພັດທະນາບັນດາໂຄງການຮ່ວມມືລະຫວ່າງ ອາຊຽນ ແລະ ລັດເຊຍໃຫ້ປະກົດຜົນເປັນຈິງ.