ອາທິດເຮັດວຽກທີ 2, ຄັ້ງທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14

(VOVWORLD) -ອາທິດເຮັດວຽກທີ 2, ຄັ້ງທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14, ໄດ້ດຳເນີນຕາມຮູບການປະຊຸມເຕົ້າໂຮມຢູ່ຫໍປະຊຸມທີ່ຮ່າໂນ້ຍ

ອາທິດເຮັດວຽກທີ 2, ຄັ້ງທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14 - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14

(ພາບ: TTXVN)

ສະພາແຫ່ງຊາດສືບຕໍ່ຊັກຖາມ ແລະ ຕອບຄຳຊັກຖາມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດມະຕິສະບັບຕ່າງຂອງສະພາແຫ່ງຊາດ. ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຈະດຳເນີນໃນວັນທີ 09 ຫາຕອນເຊົ້າວັນທີ 10 ພະຈິກ.

ຕອນເຊົ້າວັນທີ 09 ພະຈິກ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວັນເກື່ອງ ໄດ້ຕອບຄຳຊັກຖາມກ່ຽວກັບຄວາມຄືບໜ້າໃນການຄົ້ນຄວ້າວັກຊິນພະຍາດອະຫິວາໝູອາຟະລິກາ; ຍຸດທະສາດກ່ຽວກັບແນວພັນປູກ, ສັດລ້ຽງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສຳລັບເລື່ອງສ້າງກົດແຫ່ງການປະພຶດທາງເຄືອຂ່າຍອິນເຕີແນັດ ແລະ ປົກປ້ອງເດັກທາງອິນເຕີແນັດ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ ກົດດັ່ງກ່າວຈະຖືກປະກາດໃຊ້ໃນປີ 2020 ແລະ ບັນຫາປົກປ້ອງເດັກຈະໄດ້ຮັບການສັບຊ້ອນເຂົ້າໃນກົດດັ່ງກ່າວ.

        ຕໍ່ກັບຄຳຊັກຖາມເພື່ອຮັບປະກັນລາຍຮັບ - ລາຍຈ່າຍ, ການດຸນດ່ຽງງົບປະມານແຫ່ງຊາດຖ້າຫາກ GDP ປີ 2021 ເພີ່ມຂຶ້ນພຽງ 6%, ທ່ານລັດຖະມົນຕີກະຊວງການເງິນ ດິງຕ໊ຽນຢຸງ, ໄດ້ຍົກອອກບັນດາມາດຕະການແກ້ໄຂວ່າ:

        “ກະຊວງການເງິນ ຈະພ້ອມກັບບັນດາຂະແໜງການທ້ອງຖິ່ນ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ. ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ; ກະຕຸ້ນຄວາມຕ້ອງການພາຍໃນປະເທດເພື່ອໃຫ້ມີການເຕີບໂຕ… ປະຕິບັດຕາມຄຳຮຽກຮ້ອງຂອງສະພາແຫ່ງຊາດກ່ຽວກັບງົບປະມານເພື່ອແກ້ໄຂບັນດາບັນຫາທີ່ຈະເກີດຂຶ້ນເພີ່ມອີກ”.

        ເຂົ້າຮ່ວມການຊັກຖາມໃນຕອນເຊົ້າວັນທີ 09 ພະຈິກ ກໍ່ຍັງມີບັນດາທ່ານລັດຖະມົນຕີຈາກບັນດາກະຊວງຄື: ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ, ກະສວງຍຸຕິທຳ, ກະຊວງກໍ່ສ້າງ, ຫົວໜ້າອົງການກວດກາລັດຖະບານ, ລັດຖະມົນຕີ-ຫົວໜ້າຫ້ອງວ່າການລັດຖະບານ.

ໃນອາທິດເຮັດວຽກ (ນັບແຕ່ວັນທີ 09 – 13 ພະຈິກ), ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ); ຮ່າງມະຕິວ່າດ້ວຍການທົດລອງການຄຸ້ມຄອງ, ການນຳໃຊ້ທີ່ດິນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສົມທົບກັບການເຄື່ອນໄຫວອອກແຮງງານທຳການຜະລິດ, ສ້າງເສດຖະກິດ. ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບ: ບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ; ບັນດາຮ່າງກົດໝາຍ, ມະຕິສະບັບຕ່າງໆຄື: ກົດໝາຍວ່າດ້ວຍຄົມມະນາຄົມທາງບົກ (ສະບັບປັບປຸງ); ມະຕິກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ