ອາວະກາດ“ກ້າວໜ້າM-28M“ ຖືກຍິງຂຶ້ນໂລກຈັກກະວານ
(ພາບ: nasaspaceflight)
|
(vovworld) – ພາຍຫຼັງ 2 ມື້ທີ່ຖືກຍິງຂຶ້ນວົງໂຄຈອນ, ວັນທີ 5/7, ອາວະກາດ“ກ້າວໜ້າM-28M“ ທີ່ຂົນສົ່ງສິນຄ້າ 2,4 ໂຕນໄດ້ຕໍ່ຂົ້າກັບສະຖານີອາວະກາດສາກົນ ISS ດ້ວຍລະບົບອັດຕະໂນມັດສຳເລັດຜົນ ຕາມແຜນການທີ່ໄດ້ວ່າງອອກ. ສູນບັນຊາການບີນຂອງລັດເຊຍ ໃຫ້ຮູ້ວ່າ ອາວະກາດ“ກ້າວໜ້າM-28M“ ຖືກຍິງຂຶ້ນໂລກຈັກກະວານຍ້ອນລູກສອນໄຟ “Soyuz - U“ ໃນວັນທີ 3/7ຈາກສະໜາມບິນອາວະກາດ Baikonur, ກາຢັກສະຖານ. ສິນຄ້າທີ່ຂົນສົ່ງເຖິງ ISS ຕົ້ນຕໍແມ່ນເຊື້ອເພີງ, ອົກຊີ, ອຸປະກອນຮັບໃຊ້ການທົດລອງວິທະຍາສາດ, ນ້ຳ ແລະ ອາຫານ.