ອາເມລິກາ ກັບຄືນເຂົ້າຮ່ວມສັນຍາ ປາຣີ ຢ່າງເປັນທາງການ

(VOVWORLD) -  ວັນທີ 19 ກຸມພາ, ອາເມລິກາ ໄດ້ກັບຄືນເຂົ້າຮ່ວມສັນຍາ ປາຣີ ຕ້ານການປ່ຽນແປງຂອງດິນຟ້າອາກາດຄືນໃໝ່ຢ່າງເປັນທາງການ ພາຍຫລັງຖອນຕົວອອກຈາກສັນຍາດັ່ງກ່າວ ພາຍໃຕ້ອຳນາດການປົກຄອງອະດີດປະທານາທິບໍດີ Donald Trump.
ອາເມລິກາ ກັບຄືນເຂົ້າຮ່ວມສັນຍາ ປາຣີ ຢ່າງເປັນທາງການ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Reuters)

        ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden ເນັ້ນໜັກວ່າ ການຮັບມືກັບວິກິດການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາບຸລິມະສິດສູງສຸດຂອງທ່ານ. ຕາມທ່ານ Joe Biden ແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ແມ່ນວິກິດການທົ່ວໂລກ ແລະ ມີລັກສະນະເປັນຕາຍ, ສະນັ້ນ ອາເມລິກາ ຈະບໍ່ເຊື່ອງຊ້າໃນການເຂົ້າຮ່ວມແກ້ໄຂບັນຫາດັ່ງກ່າວ.

        ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດແຜນການໃຊ້ຈ່າຍ 2000 ຕື້ USD ໃນໄລຍະ 4 ປີ ແນໃສ່ການນຳໃຊ້ພະລັງງານສະອາດເພີ່ມຂຶ້ນໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ, ໄຟຟ້າ, ກໍ່ສ້າງ ແລະ ຈຳກັດການນຳໃຊ້ຖ່ານຫີນ ແລະ ນ້ຳມັນອາຍແກັດ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ເນັ້ນໜັກວ່າ ຕ້ານການປ່ຽນແປງຂອງດິນຟ້າອາກາດ ອີກຄັ້ງໜຶ່ງແມ່ນໃຈກາງຂອງບັນດາບຸລິມະສິດການພົວພັນພາຍໃນ ແລະ ການພົວພັນຕ່າງປະເທດຂອງ ອາເມລິກາ./.

ຕອບກັບ

ຂ່າວ/ບົດ​ອື່ນ