ອາເມລິກາ, ການາດາ ຈະເປັນປະທານຮ່ວມກອງປະຊຸມສາກົນກ່ຽວກັບບັນຫາສປປ.ເກົາຫຼີ

(VOVWORLD) -ວັນທີ 19 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson ໄດ້ໄປຢ້ຽມຢາມການາດາ ຢ່າງເປັນທາງການ ເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ ແລະ ປຶກສາຫາລືກ່ຽວກັບບັນຫາສປປ.ເກົາຫຼີ.

ອາເມລິກາ, ການາດາ ຈະເປັນປະທານຮ່ວມກອງປະຊຸມສາກົນກ່ຽວກັບບັນຫາສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson

(ພາບ: THX/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດການາດາ Chrystia Freeland ແລະ ຄູ່ຕຳແໜ່ງອາເມລິກາ Tillerson ໃຫ້ຮູ້ວ່າ, 2 ປະເທດຈະເປັນປະທານຮ່ວມກອງປະຊຸມສາກົນກ່ຽວກັບສປປ.ເກົາຫຼີ ຢູ່ນະຄອນ Vancouver, ປະເທດການາດາ ໃນວັນທີ 16 ມັງກອນ 2018. ກອງປະຊຸມຈະເຕົ້າໂຮມລັດຖະມົນຕີການຕ່າງປະເທດຂອງຫຼາຍປະເທດ, ເພື່ອແນໃສ່ຍູ້ແຮງບັນດາຄວາມມານະພະຍາຍາມທາງການທູດເພື່ອແຫຼມເກົາຫຼີ ທີ່ມີຄວາມໝັ້ນຄົງ, ວັດທະນາຖາວອນ ແລະ ປອດນິວເຄຼຍ. ນອກນັ້ນ, ບັນດາລັດຖະມົນຕີການຕ່າງປະເທດກໍ່ຈະປຶກສາຫາລືວິທີການຍົກສູງປະສິດທິຜົນການລົງໂທດສາກົນ ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນຕາມໃສ່ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ