ອາເມລິກາ ຈັດວາງຄຳສັ່ງລົງໂທດເຈົ້າໜ້າທີ່ອີຣານ 5 ທ່ານດ້ວຍເຫດຜົນຄອບງຳການປ່ອນບັດເລືອກຕັ້ງ

(VOVWORLD) -ສັບສິນທັງໝົດຂອງບັນດາເຈົ້າໜ້າທີ່ອີຣານ ດັ່ງກ່າວຈະຖືກອາຍັດ ແລະ ຫ້າມບໍ່ໃຫ້ພົນລະເມືອງອາເມລິກາ ມີການພົວພັນແລກປ່ຽນການຄ້າກັບເຂົາເຈົ້າ.
ອາເມລິກາ ຈັດວາງຄຳສັ່ງລົງໂທດເຈົ້າໜ້າທີ່ອີຣານ 5 ທ່ານດ້ວຍເຫດຜົນຄອບງຳການປ່ອນບັດເລືອກຕັ້ງ - ảnh 1 (ພາບປະກອບ: AFP)

ວັນທີ 20 ກຸມພາ, ລັດຖະບານອາເມລິກາ ແຈ້ງໃຫ້ຊາບວ່າ ໄດ້ລົງໂທດເຈົ້າໜ້າທີ່ຂັ້ນສູງຂອງອີຣານ 5 ທ່ານ, ດ້ວຍເຫດຜົນທີ່ວ່າ ບັນດາເຈົ້າໜ້າທີ່ດັ່ງກ່າວໄດ້ຄອບງຳການປ່ອນບັດເລືອກຕັ້ງສະພາແຫ່ງຊາດຢູ່ອີຣານ, ເຊິ່ງຄາດວ່າຈະດຳເນີນໃນວັນທີ 21 ກຸມພາ.

          ແຈ້ງການຂອງກະຊວງການເງິນອາເມລິກາ ຊີ້ແຈ້ງວ່າ, ເຈົ້າໜ້າທີ່ 5 ທ່ານທີ່ຖືກຈັດວາງຄຳສັ່ງລົງໂທດນັ້ນແມ່ນສະມາຊິກຂອງສະພາປົກປ້ອງ ແລະ ຄະນະກຳມະການກວດກາຕິດຕາມການເລືອກຕັ້ງຂອງອີຣານ ຮັບຜິດຊອບ “ກວດກາໃນຖານະເປັນຜູ້ສະໝັກເລືອກຕັ້ງ” ເຂົ້າຮ່ວມການຫາສຽງເລືອກຕັ້ງ. ຕາມນັ້ນແລ້ວ, ສັບສິນທັງໝົດຂອງບັນດາເຈົ້າໜ້າທີ່ອີຣານ ດັ່ງກ່າວຈະຖືກອາຍັດ ແລະ ຫ້າມບໍ່ໃຫ້ພົນລະເມືອງອາເມລິກາ ມີການພົວພັນແລກປ່ຽນການຄ້າກັບເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ