ອາເມລິກາ ຍື່ນຮ່າງມະຕິ ລົງໂທດສປປ.ເກົາຫຼີ
(ພາບປະກອບ)
(vovworld) - ວັນທີ 21/01, ອາເມລິກາ ໄດ້ຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮ່າງມະຕິລົງໂທດ ສປປ.ເກົາຫີຼ, ພາຍຫຼັງທີ່ປະເທດນີ້ດຳເນີນການຍິງດາວທຽມໃນວັນທີ 12/12/212. ພ້ອມກັນນັ້ນ, ອາເມລິກາ ກໍຍັງຮຽກຮ້ອງໃນຫ້ວົງຄະນະຍາດສາກົນເລັ່ງລັດບັນດາມາດຕະການລົງໂທດຂອງສະຫະປະຊາຊາດຕໍ່ພຽງຢາງກວ່າອີກ. ນັກການທູດຜູ້ໜຶ່ງໂດຍບໍ່ເຜີຍຊື່ໄດ້ໃຫ້ຮູ້ວ່າ ຮ່າງມະຕິສະບັບນີ້ແມ່ນຈະຖືກນຳມາປ່ອນບັດຮັບຮອງເອົາໃນກາງອາທິດນີ້.
ກ່ອນໜ້ານັ້ນ, ເມື່ອຕົ້ນອາທິດ, ຈີນ ໄດ້ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຄອນຮັບຮອງເອົາມະຕິຢ່າງລະມັດລະວັງກ່ຽວກັບ ສປປ.ເກົາຫຼີ, ຖືວ່ານີ້ແມ່ນວິທີທີ່ດີເພື່ອຮັບປະກັນບໍ່ປະໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນປິນຂັ້ນໃດ. ໃນຂະນະນັ້ນ, ສຳນັກຂ່າວສານລັດເຊຍ RIA Novosti ໄດ້ຄັດຄຳເວົ້າຂອງທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ Vitaly Churkin, ໂດຍໃຫ້ຮູ້ວ່າ, ມົດສກູ ສະໜັບສະໜູບຮ່າງມະຕິ ແລະ ເນັ້ນໜັກວ່າ ທັດສະນະຂອງລັດເຊຍ ແມ່ນການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໄດ້ລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ເພາະສະນັ້ນ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈຳເປັນຕ້ອງມີປະຕິກິລິຍາຕໍ່ການກະທຳດັ່ງກ່າວ.