ທ່ານ Rex Tillerson ຕ້ອນຮັບບັນດາ
ເອກອັກຄະລັດຖະທູດອາຊຽນ
(vovworld) - ວັນທີ 11/03 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ໄດ້ຕ້ອນຮັບ ແລະ ເຮັດວຽກກັບບັນດາເອກອັກຄະລັດຖະທູດ, ຂອງບັນດາປະເທດ ອາຊຽນ ຢູ່ນະຄອນຫລວງ ວໍຊິງຕັນ DC. ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ Tillerson ຢືນຢັນວ່າ ອາເມລິກາ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ, ຈະສືບຕໍ່ເພີ່ມທະວີການຮ່ວມມືກັບສະຫະສະມາຄົມ ແລະ ບັນດາປະເທດສະມາຊິກ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາວັດທະນາຖາວອນໃນພາກພື້ນ, ກໍ່ຄືຮັບມືຕໍ່ບັນດາສິ່ງທ້າທາຍລວມທີ່ພວມເກີດຂຶ້ນ. ທ່ານລັດຖະມົນຕີການຕ່າງປະເທດ Tillerson ຢືນຢັນວ່າ ຄຳໝັ້ນສັນຍາຮ່ວມມືກັບພາກພື້ນທັງດ້ານຍຸດທະສາດ ແລະ ເສດຖະກິດ, ພ້ອມທັງໃຫ້ຮູ້ວ່າ ອາເມລິກາ ຈະຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສໃນພາກພື້ນ, ລວມມີທັງ ອາຊຽນ ແລະ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).