ອາເມລິກາ ຕີລາຄາການເຈລະຈາດ້ານການຄ້າ ກັບ ຈີນ ແມ່ນບັນລຸປະສິດທິຜົນ

(VOVWORLD) -ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Stenven Mnuchin ໃຫ້ຮູ້ວ່າ ທ່ານ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ໄດ້ມີ “ບັນດາການເຈລະຈາທີ່ມີປະສິດທິຜົນ” ກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຢູ່ ປັກກິ່ງ ໃນວັນດຽວກັນ.

        ວັນທີ 01 ພຶດສະພາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Stenven Mnuchin ໃຫ້ຮູ້ວ່າ ທ່ານ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ໄດ້ມີ “ບັນດາການເຈລະຈາທີ່ມີປະສິດທິຜົນ” ກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຢູ່ ປັກກິ່ງ ໃນວັນດຽວກັນ.

        ບັນດານັກເຈລະຈາຂອງ ອາເມລິກາ ແລະ ຈີນ ບໍ່ໄດ້ຍົກອອກຖະແຫຼງການໃດໆຕໍ່ວົງການສື່ມວນຊົນ ກ່ຽວກັບໝາກຜົນຂອງການເຈລະຈາ ຄັ້ງທີ 10 ເຊິ່ງແກ່່ຍາວເປັນເວລາຫຼາຍຊົ່ວໂມງ. ນີ້ແມ່ນການເຈລະຈາດ້ານການຄ້າຮອບຫຼ້າສຸດ ເພື່ອແນໃສ່ຢຸດຕິສົງຄາມການຄ້າລະຫວ່າງສອງປະເທດມະຫາອໍານາດແຖວໜ້າຂອງໂລກ. ຄາດວ່່າ ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ຈະນໍາໜ້າຄະນະເຈົ້າໜ້າທີ່ຝ່າຍຈີນ ໄປຍັງນະຄອນຫຼວງ ວໍຊິງຕັນ ເພື່ອດໍາເນີນການເຈລະຈາຕື່ມອີກ ເຊິ່ງຈະເລີ່ມແຕ່ວັນທີ 08 ພຶດສະພາ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ