(vovworld) – ວັນທີ 30/11, ອົງການເກືອດຫ້າມອາວຸດເຄມີ (OPCW) ໃຫ້ຮູ້ວ່າ ອາເມລິກາ ສະເໜີຮັບທຳລາຍສ່ວນໜຶ່ງຂອງປະລິມານອາວຸດເຄມີໃນສາງອາວຸດຂອງອຳນາດການປົກຄອງຊີຣີ ແລະ ເລື່ອງທຳລາຍຄາດວ່າຈະໄດ້ປະຕິບັດໃນກໍ່າປັ່ນລຳໜຶ່ງຢູ່ກາງທະເລ ອາເມຕາຣາເນ. ຄຳຖະແຫຼງຂອງ OPCW ຊີ້ແຈ້ງວ່າ, ການເຄື່ອນໄຫວທຳລາຍອາວຸດເຄມີຂອງຊີຣີ ຈະໄດ້ຮັບການປະຕິບັດໃນກໍ່າປັ່ນລຳໜຶ່ງຂອງອາເມລິກາ ຢູ່ກາງທະເລ. ປະລິມານອາວຸດເຄມີເຊິ່ງອາເມລິກາ ຮັບທຳລາຍແມ່ນປະເພດໜັກປະມານ 500 ໂຕນ. ສຳລັບປະມານ 800 ໂຕນຍັງເຫຼືອແມ່ນປະເພດມີຄວາມອັນຕະລາຍຕໍ່າກວ່າ, OPCW ໃຫ້ຮູ້ວ່າ ໄດ້ມີ 35 ກຸ່ມບໍລິສັດຢາກເຂົ້າຮ່ວມວຽກງານທຳລາຍ. ຕາມແຜນທຳລາຍສາງອາວຸດເຄມີຂອງຊີຣີ ໂດຍສະພາບໍລິຫານ OPCW ແມ່ນຈະສຳເລັດວຽກງານນີ້ໃນວັນທີ 30/06/2014.