ອາເມລິກາ ບໍ່ຈັດວາງອັດຕາພາສີຕ້ານການອຸດໜູນສຳລັບກຸ້ງຂອງຫວຽດນາມ
ພາບປະກອບ
(vovworld) – ບັນດາຜະລິດຕະພັນກຸ້ງສົ່ງອອກຂອງຫວຽດນາມຈະບໍ່ຖືກຈັດວາງອັດຕາພາສີຕ້ານການອຸດໜູນຢູ່ອາເມລິກາ, ຄະນະກຳມະການການຄ້າສາກົນອາເມລິກາຫາກໍ່ຖະແຫຼງວ່າ ກຸ້ງນຳເຂົ້າຈາກຫວຽດນາມ ແລະ ປະເທດຈຳນວນໜຶ່ງບໍ່ສົ່ງຜົນສະທ້ອນບໍ່ດີເຖິງຂະແໜງຜະລິດກຸ້ງພາຍໃນປະເທດອາເມລິກາ. ຕອນເຊົ້າວັນທີ 21/9, ຄະນະກຳມະການການຄ້າສາກົນອາເມລິກາໄດ້ອອກຂໍ້ຕົກລົງສຸດທ້າຍ, ໂດຍຢືນຢັນວ່າ ກຸ້ງນຳເຂົ້າຈາກ ຫວຽດນາມ ແລະ 4 ປະເທດອື່ນ ເຖິງວ່າລັດຖະບານຂອງປະເທດເຫຼົ່ານັ້ນຈະໃຫ້ການໜູນຊ່ວຍຫຼືບໍ່ ກໍ່ບໍ່ສ້າງຄວາມເສຍຫາຍທາງດ້ານວັດຖຸສຳລັບຂະແໜງອຸດສາຫະກຳກຸ້ງຂອງອາເມລິກາ. ຕາມຂໍ້ຕົກລົງດັ່ງກ່າວ, ຫວຽດນາມ, ຈີນ, ມາເລເຊຍ, ອິນເດຍ ແລະ ເອກູອາດໍ ຈະບໍ່ຖືກຈັດວາງອັດຕາພາສີຕ້ານການອຸດໜູນ ເຊິ່ງກະຊວງການຄ້າອາເມລິກາໄດ້ຈັດວາງເມື່ອເດືອນ 8 ຜ່ານມາ. ຂໍ້ຕົກລົງດັ່ງກ່າວອີກເທື່ອໜຶ່ງໄດ້ຢືນຢັນວ່າ ບັນດາວິສາຫະກິດສົ່ງອອກກຸ້ງຂອງຫວຽດນາມ ໄດ້, ພວມ ແລະ ຈະ ເຄື່ອນໄຫວຢ່າງຖືກຕ້ອງຕາມກົດເກັນຂອງເສດຖະກິດການຕະຫຼາດ.ດັ່ງນັ້ນຕ້ອງໄດ້ຮັບການປະພຶດຢ່າງພາວະວິໄສ, ຍຸຕິທຳ, ເໝາະສົມກັບຈິດໃຈການຄ້າເສລີ, ສະເໝີພາບຄືດັ່ງການພົວພັນທາງດ້ານເສດຖະກິດ, ການຄ້າທີ່ພວມພັດທະນາຢ່າງດີງາມລະຫວ່າງຫວຽດນາມ - ອາເມລິກາ.