ອາເມລິກາ ບໍ່ຍອມຖືກກົດດັນຕ້ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ

(VOVWORLD) - ວັນທີ 13 ກັນຍາ, ພາຍຫລັງທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວໃຫ້ຮູ້ວ່າ: ອຳນາດການປົກຄອງ ອາເມລິກາ ໄດ້ສະເໜີ ຈີນ ເລີ່ມຕົ້ນການເຈລະຈາຄືນໃໝ່ເປັນເວລາ 1 ວັນ,
ອາເມລິກາ ບໍ່ຍອມຖືກກົດດັນຕ້ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: EFE/TTXVN)

ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ຖະແຫຼງວ່າ ວໍຊິງຕັນ ບໍ່ໄດ້ຮັບຄວາມກົດດັນໃດ ກ່ຽວກັບເລື່ອງຕ້ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ປັກກິ່ງ. ທ່ານປະທານາທິບໍດີ Donald Trump ໄດ້ຂຽນລົງໃນສື່ສັງຄົມອອນລາຍ Twitter ວ່າ: “ພວກຂ້າພະເຈົ້າບໍ່ໄດ້ຮັບຄວາມກົດດັນໃດ ກ່ຽວກັບເລື່ອງຕ້ອງບັນລຸໄດ້ຂໍ້ຕົກລົງກັບ ຈີນ”. ເຂົາເຈົ້າເອງເປັນຜູ້ໄດ້ຮັບຄວາມກົດດັນຕ້ອງໄດ້ສ້າງຂໍ້ຕົກລົງກັບພວກຂ້າພະເຈົ້າ. ບັນດາຕະຫລາດຂອງພວກຂ້າພະເຈົ້າລ້ວນແຕ່ເພີ່ມຂຶ້ນສູງ, ໃນຂະນະທີ່ ຕະຫລາດຂອງເຂົາເຈົ້າພວມລົ້ມລະລາຍ. ພວກຂ້າພະເຈົ້າຈະເກັບເງິນຄ່າພາສີອາກອນ ແລະ ຄ່າທຳການຜະລິດສິນຄ້າຢູ່ພາຍໃນປະເທດໃຫ້ໄດ້ນັບຕື້ USD ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ