ອາເມລິກາ ບໍ່ຟ້າວຕັດສິນໃຈບໍ່ວ່າຂໍ້ຕົກລົງໃດໆກັບສປປ.ເກົາຫຼີ

(VOVWORLD) -ວັນທີ 21 ກັນຍາ, ໃນບົດກ່າວປາໄສໃນການຂົນຂວາຍຫາສຽງເລືອກຕັ້ງຢູ່ລັດ Misouri, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເນັ້ນໜັກວ່າ

ການພົວພັນ “ອັນດີງາມທີ່ສຸດ” ກັບການນຳສປປ.ເກົາຫຼີ Kim Jong un, ແຕ່ກໍໃຫ້ຮູ້ວ່າ, ທ່ານຈະບໍ່ຟ້າວລົງນາມໃນບໍ່ວ່າຂໍ້ຕົກລົງໃດໆກັບສປປ.ເກົາຫຼີ.

        ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ສະແດງຄວາມຫວັງວ່າ, ການພົບປະສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີອາເມລິກາ D.Trump ແລະ ການນຳສປປ.ເກົາຫຼີ Kim Jong un ຈະ “ດຳເນີນໄປໂດຍໄວ” ແລະ ຫວັງວ່າ, ທ່ານຈະມີໂອກາດໄປພຽງຢາງ ເພື່ອສືບຕໍ່ບັນດາການເຈລະຈາ 2 ຝ່າຍ. ທັງ ວໍຊິງຕັນ ແລະ ພຽງຢາງ ກໍ່ລ້ວນແຕ່ເຜີຍແຜ່ຂໍ້ມູນຂ່າວກ່ຽວກັບຄວາມສາມາດດຳເນີນການພົບປະສຸດຍອດ 2 ຝ່າຍຄັ້ງທີ 2 ເພື່ອຊຸກຍູ້ການເຈລະຈາແນໃສ່ຍົກເລີກໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ກັນຍາ, ລັດເຊຍ ແລະ ອາເມລິກາ ກໍ່ເຫັນດີສືບຕໍ່ເຈລະຈາກ່ຽວກັບສະພາບການໃນແຫຼມເກົາຫຼີ, ລວມທັງບັນຫານິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ