ອາເມລິກາ ປະກາດຄຳສັ່ງລົງໂທດໃໝ່ທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ

(VOVWORLD) -  ວັນທີ 04 ຕຸລາ, ກະຊວງການເງິນ ອາເມລິກາ ໄດ້ປະກາດບັນດາຄຳສັ່ງລົງໂທດໃໝ່ທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ. ເປົ້າໝາຍຖືກລົງໂທດໃນຄັ້ງນີ້ ແມ່ນບໍລິສັດແຫ່ງໜຶ່ງຂອງ ຕວກກີ ພ້ອມດ້ວຍ 2 ຄົນຂອງປະເທດນີ້. 

ຕາມແຈ້ງການທີ່ໄດ້ເອົາລົງໃນໜ້າເວັບຂອງກະຊວງການເງິນ ອາເມລິກາ ແລ້ວ, ບໍລິສັດຂອງ ຕວກກີ ຖືກລົງໂທດໃນຄັ້ງນີ້ ແມ່ນກຸ່ມບໍລິສັດສາກົນ Falcon SIA. ນອກນັ້ນ, ບັນຊີລາຍຊື່ລົງໂທດຍັງມີພົນລະເມືອງ ສປປ.ເກົາຫຼີ 1 ຄົນ.

       ປັດຈຸບັນ, ສປປ.ເກົາຫຼີ ພວມແບກຫາບບັນດາຄຳສັ່ງລົງໂທດຈາກສະຫະປະຊາຊາດ ແລະ ອາເມລິກາ ຍ້ອນບັນດາໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງປະເທດນີ້. ການນຳ ສປປ.ເກົາຫຼີ Kim Jong-un ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມມຸ່ງໄປເຖິງ “ການ ປອດນິວເຄຼຍຢ່າງສີ້ນເຊີງ” ພາຍຫລັງການພົບປະສຸດຍອດລະຫວ່າງທ່ານ Kim Jong-un ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ປະເທດ ສິງກະໂປ ໃນເດືອນ ມິຖຸນາ ຜ່ານມາ. ແທນທີ່ນັ້ນ ທ່ານປະທານາທິບໍດີ Donald Trump ໝັ້ນໝາຍຮັບປະກັນຄວາມໝັ້ນຄົງໃຫ້ແກ່ ສປປ.ເກົາຫຼີ. ມາຮອດປັດຈຸບັນ ອາເມລິກາ ຍັງບໍ່ທັນຍົກເລີກບັນດາຄຳສັ່ງລົງໂທດ ກ່ອນທີ່ ສປປ.ເກົາຫຼີ ດຳເນີນບັນດາບາດກ້າວເດີນທີ່ເປັນໜ້າໄວ້ເນື້ອເຊື່ອໃຈ ມຸ່ງໄປເຖິງການປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ