ອາເມລິກາ ປະກາດເພີ່ມ 2 ບ້ວງເງິນຊ່ວຍເຫລືອດ້ານຄວາມໝັ້ນຄົງໃຫມ່ໃຫ້ແກ່ ຢູແກຼນ

(VOVWORLD) -ໂຄສົກລັດຖະບານເຢຍລະມັນ ທ່ານ Steffen Hebestreit ຮັບຮູ້ວ່າ: ປະເທດນີ້ ໄດ້ເປີດໂອກາດໃຫ້ການສົ່ງອອກ ລັດຖັງ Leopard-1 ໃຫ້ແກ່ ຢູແກຼນ
ອາເມລິກາ ປະກາດເພີ່ມ 2 ບ້ວງເງິນຊ່ວຍເຫລືອດ້ານຄວາມໝັ້ນຄົງໃຫມ່ໃຫ້ແກ່ ຢູແກຼນ - ảnh 1HIMARS ໄດ້ນຳວາງສະແດງຢູ່ Estonia ເມື່ອເດຶອນ 1/2023. (ພາບ:  REUTERS)

ວັນທີ 3 ກຸມພາ, ອາເມລິກາ ປະກາດເພີ່ມ 2 ບ້ວງເງິນຊ່ວຍເຫລືອດ້ານຄວາມໝັ້ນຄົງໃຫມ່ລວມມູນຄ່າກວ່າ 2 ຕື້ USD ໃຫ້ແກ່ ຢູແກຼນ. ບ້ວງເງິນດັ່ງກ່າວ ແມ່ນເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນອາກາດ ແລະ ຕ້ານເຮືອບິນບໍ່ມີຄົນຂັບຂອງ ຢູແກຼນ. ນອກຈາກເພີ່ມເຕີມການຊ່ວຍເຫລືອດ້ານຄວາມໝັ້ນຄົງໃຫ້ແກ່ ຢູແກຼນແລ້ວ, ອາເມລິກາ ກໍ່ສືບຕໍ່ຮຽກຮ້ອງບັນດາປະເທດພັນທະມີດ ແລະ ຄູ່ຮ່ວມມືຫນູນຊ່ວຍ ຢູແກຼນ ໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.

ໃນວັນດຽວກັນ, ໂຄສົກລັດຖະບານເຢຍລະມັນ ທ່ານ Steffen Hebestreit ຮັບຮູ້ວ່າ: ປະເທດນີ້ ໄດ້ເປີດໂອກາດໃຫ້ການສົ່ງອອກ ລັດຖັງ Leopard-1 ໃຫ້ແກ່ ຢູແກຼນ. ກ່ອນຫນ້ານັ້ນ ລັດຖະບານ ເຢຍລະມັນ ໄດ້ແຈ້ງວ່າ ຈະມອບໂອນລົດຖັງປະເພດທັນສະໄຫມ Leopard-2 ໃຫ້ແກ່ ຢູແກຼນ ຈາກສາງສະສົມຂອງກອງທັບ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ