ອາເມລິກາ: ຜູ້ມີສິດເລືອກຕັ້ງພັກ ສາທາລະນະລັດສືບຕໍ່ໄດ້ປ່ອນບັດເລືອກຕັ້ງ

ອາເມລິກາ: ຜູ້ມີສິດເລືອກຕັ້ງພັກ ສາທາລະນະລັດສືບຕໍ່ໄດ້ປ່ອນບັດເລືອກຕັ້ງ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) - ບໍ່ມີ​ປັດ​ໄຈ​ທີ່​ບັງ​ເອີນ​​ໃດໆ​ເກີດ​ຂຶ້ນ ​ແລະ ບໍ່​ນອກ​ເໜືອຈາກ​ການ​ຄາດ​ຄະ​ເນ​ທີ່​ວ່າ: ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ Mitt Romney ຈະ​ຍາ​ດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່ 5 ລັດ​ຂອງ​ອາ​ເມ​ລິ​ກາ. ອະດີດ​ຜູ້ວ່າ​ການ​ລັດ Massachusetts Mitt Romney ​ໄດ້​ຖະ​ແຫຼ​ງ​ຍາດ​ໄດ້​ໄຊຊະນະ​ຢ່າງ​ຂາດ​ຂັ້ນ​ຢູ່​ທັງ 5 ລັດ, ດ້ວຍ​ບັດ​ສະໜັບສະໜູນ ​ໃນ​ລັດ Pennylvania 56%, Delaware 57%, New York 57%, Connecticut 67% ​ແລະ Rhode Island 63% ຕາມ​ລຳດັບ. ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ວັນ​ທີ 25/4 ຂອງ​ພັກສາ​ທາ​ລະນະ​ລັດ ​ໄດ້​ຮັບ​ຖື​ວ່າ​ເປັນ​ພຽງ​ລັກສະນະ​ລະບຽບ​ການ​ເທົ່າ​ນັ້ນ, ​ເພາະວ່າ​ຜູ້​​ສະໝັກ​ຮັບ​ເລືອກ​ຕັ້ງ Mitt Romney ບໍ່​ມີ​ຄູ່​ແຂ່ງ​ເລີຍ. ນັບ​ແຕ່​ເມື​່ອອະດີດ​ສະມາຊິກ​ສະພາ​ສູງ Santorum ປະກາດ​ຖອນ​ຕົວ​ອອກ​ຈາກ​ການ​​ແຂ່ງຂັນ​ກ່ອນ​ນີ້ 2 ອາທິດ. ດ້ວຍ​ໄຊຊະນະ​ນີ້ ທ່ານ​ຍາດ​ໄດ້ 200 ທີ່​ນັ່ງ​​ຢູ່​ໃນ​ທັງ 5 ລັດ ​ແລະ ມີ​ຍອດ​ຈຳນວນ​ທີ່​ນັ່ງ​​ເກືອບ 900 ຕຳ​ແໜ່​ງ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕົວ​​ເລກ​ນີ້​ຍັງ​ບໍ່​ທັນ​ໄດ້ຕາມ​ຄາ​ດໝາຍ 1144 ທີ່​ນັ່ງ​​ທີ່​ຈຳ​ເປັນ ​ເພື່ອ​ໃຫ້​ທ່ານ Mitt Romney ສາມາດ​ປະກາດ​ເປັນ​ຜູ້​ອອກ​ສະໝັກ​ຮັບ​​ເລືອກ​ຕັ້ງ​ສຸດ​ທ້າຍ​ຂອງ​ພັກສາ​ທາ​ລະນະ​ລັດ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ບັນດາ​ຜູ້​ສະໜັບສະໜູນ​ຢູ່​ລັດ New Hampshire, ອະດີດ​ຜູ້​ວ່າການ​ລັດ Massachusetts Mitt Romney ​ໄດ້​ເວົ້າ​ວ່າ: ພາຍຫຼັງ 43 ​ໃນ 50 ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ, ທ່ານ​ມີ​ຄວາມ​ເຊື່ອໝັ້ນ ​ແລະ ຮູ້​ບຸນຄຸນ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ໄດ້​ນຳ​ເອົາ​ຊື່​ສຽງ​ມາ​ໃຫ້​ທ່ານ ກໍ​ຄືການ​ມອບ​ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ທ່ານ.

ຂ່າວ/ບົດ​ອື່ນ