ອາ​ເມ​ລິ​ກາ - ຝລັ່ງ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ຟື້ນ​ຟູ​ຄວາມ​ໄວ້​ເນືຶ້​ອ​ເຊື່ອ​ໃຈສອງ​ຝ່າຍ

(VOVWORLD) -ຕາມແຜນການແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະມີໜ້າຢູ່ ປາຣີ ແຕ່ວັນທີ 4 – 6 ຕຸລາ ເພື່ອເຂົ້າຮ່ວມກອງປະຊຸມຂອງອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD), ກໍ່ຄືພົບປະກັບວົງການເຈົ້າໜ້າທີ່ຝລັ່ງ ເພື່ອປຶກສາຫາລືກ່ຽວກັບເລື່ອງ “ເພີ່ມທະວີກ່ວາອີກ ການພົວພັນສຳຄັນລະຫວ່າງ ອາເມລິກາ ແລະ ຝລັ່ງ”.
ອາ​ເມ​ລິ​ກາ - ຝລັ່ງ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ຟື້ນ​ຟູ​ຄວາມ​ໄວ້​ເນືຶ້​ອ​ເຊື່ອ​ໃຈສອງ​ຝ່າຍ - ảnh 1ທ່ານ Jean-Yves Le Drian ລັດຖະມົນຕີການຕ່າງປະເທດ ຝລັ່ງ ຈະມີການເຈລະຈາກັບຄູ່ຮ່ວມແໜ່ງອາເມລິກາ ທ່ານ Antony Blinken (ພາບ: AP)

ວັນທີ 2 ຕຸລາ, ຫ້ອງການລັດຖະມົນຕີການຕ່າງປະເທດ ຝລັ່ງ ໃຫ້ຮູ້ວ່າ ທ່ານ Jean-Yves Le Drian ລັດຖະມົນຕີການຕ່າງປະເທດ ຝລັ່ງ ຈະມີການເຈລະຈາກັບຄູ່ຮ່ວມແໜ່ງອາເມລິກາ ທ່ານ Antony Blinken ໃນວັນທີ 5 ຕຸລາ. ການພົບປະໄດ້ດຳເນີນໃນສະພາບການສອງປະເທດສຳພັນທະມິດທີ່ມາແຕ່ດົນນານນີ້ ຊອກຫາວິທີການປັບປຸງການພົວພັນ, ພາຍຫຼັງບັນດາການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງສັນຍາກ່ຳປັ່ນດ້ຳນ້ຳ ໄດ້ຍົກເລີກລະຫວ່າງ ຝລັ່ງ ແລະ ອົດສະຕາລີ ເຊິ່ງອາເມລິກາ ມີສ່ວນກ່ຽວຂ້ອງ.

ຕາມແຜນການແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະມີໜ້າຢູ່ ປາຣີ ແຕ່ວັນທີ 4 – 6 ຕຸລາ ເພື່ອເຂົ້າຮ່ວມກອງປະຊຸມຂອງອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD), ກໍ່ຄືພົບປະກັບວົງການເຈົ້າໜ້າທີ່ຝລັ່ງ ເພື່ອປຶກສາຫາລືກ່ຽວກັບເລື່ອງ “ເພີ່ມທະວີກ່ວາອີກ ການພົວພັນສຳຄັນລະຫວ່າງ ອາເມລິກາ ແລະ ຝລັ່ງ”. ຄາດວ່າ, ທ່ານ Blinken ແລະ ບັນດາເຈົ້າໜ້າທີ່ຝລັ່ງ ຈະປຶກສາຫາລືບັນດາບັນຫາຄື “ຄວາມໝັ້ນຄົງຢູ່ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ, ວິກິດການດ້ານດິນຟ້າອາກາດ, ຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ - 19.”

ຕອບກັບ

ຂ່າວ/ບົດ​ອື່ນ