ອາເມລິກາ ຢັ້ງຢືນບໍ່ມີຖະແຫຼງການສິ້ນສຸດສົງຄາມ ສປປ ເກົາຫຼີ ກ່ອນທີ່ປອດນິວເຄຼຍໃນແຫຼມເກົາຫຼີ

(VOVWORLD) - ທ່ານ Stephen Biegun, ທູດພິເສດຄົນໃໝ່ຂອງ ອາເມລິກາ ກ່ຽວກັບ ສປປ ເກົາຫຼີ ຈະມີການໄປປະຕິບັດງານຢູ່ພາກພື້ນ “ໃນເວລາ 2 – 3 ອາທິດຈະມາເຖິງ
ອາເມລິກາ ຢັ້ງຢືນບໍ່ມີຖະແຫຼງການສິ້ນສຸດສົງຄາມ ສປປ ເກົາຫຼີ ກ່ອນທີ່ປອດນິວເຄຼຍໃນແຫຼມເກົາຫຼີ - ảnh 1ທ່ານນາງ Heather Nauret, ໂຄສົກກະຊວງການຕ່າງປະເທດ ອາເມລິກາ  

ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອວັນທີ 29 ສິງຫາ, ທ່ານນາງ Heather Nauret, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ບັນຫາປອດນິວເຄຼຍ ໃນແຫຼມ ເກົາຫຼີ ຕ້ອງດຳເນີນກ່ອນທີ່ ອາເມລິກາ ຈະລົງນາມໃນຖະແຫຼງການສິ້ນສຸດສົງຄາມກັບ ສປປ ເກົາຫຼີ ຢ່າງເປັນທາງການ.

        ໂຄສົກທ່ານນາງນີ້ກໍ່ໃຫ້ຮູ້ວ່າ: ທ່ານ Stephen Biegun, ທູດພິເສດຄົນໃໝ່ຂອງ ອາເມລິກາ ກ່ຽວກັບ ສປປ ເກົາຫຼີ ຈະມີການໄປປະຕິບັດງານຢູ່ພາກພື້ນ “ໃນເວລາ 2 – 3 ອາທິດຈະມາເຖິງເພື່ອພົບປະກັບບາງຄູ່ຮ່ວມມືຢູ່ບັນດາປະເທດອື່ນ”, ແຕ່ຍັງບໍ່ທັນຮູ້ວ່າທ່ານຈະໄປ ສປປ ເກົາຫຼີ ຫຼືບໍ່?

        ກ່ອນໜ້ານັ້ນ, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວກ່ຽວກັບເລື່ອງລົງນາມໃນຖະແຫຼງການຮ່ວມສິ້ນສຸດສົງຄາມ ສປປ ເກົາຫຼີ ຢ່າງເປັນທາງການເຊິ່ງແມ່ນໜຶ່ງໃນບັນດາການຕົກລົງດ້ວຍປາກເປົ່າລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫຼີ Kim Jong un ທີ່ການພົບປະສຸດຍອດໃນວັນທີ 12 ມິຖຸນາ ຢູ່ສິງກະໂປ. ແຕ່ເຖິງຢ່າງໃດກໍ່ຕາມ, ວໍຊິງຕັນ ແລະ ພຽງຢາງ ຍັງມີຄວາມບໍ່ລົງລອຍກັນກ່ຽວກັບບັນຫານີ້.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ