ປະທານາທິບໍດີ ອາເມລິກາ Barack Obama ຕົກລົງຢຸດຕິການຊ່ວຍເຫລືອທັນຍາຫານໃຫ້ແກ່ ສປປ ເກົາຫລີ
ພາບ:internet
|
(vov) - ວັນທີ 28/3, ເຈົ້າຫນ້າທີ່ກະຊວງປ້ອງກັນປະເທດອາເມລິກາ ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Barack Obama ໄດ້ຕົກລົງຢຸດຕິການຊ່ວຍເຫລືອທັນຍາຫານ 240.000 ໂຕນໃຫ້ແກ່ ສປປ ເກົາຫລີ ເພາະວ່າປະເທດນີ້ໄດ້ສ້າງແຜນການຍິງລູກສອນໄຟໃນເດືອນ 4 ຈະມາເຖິງ. ທ່ານ Peter Lavoy ຜູ້ຮັກສາການລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດອາເມລິກາ ເປີດເຜີຍທີ່ວາລະອະພິປາຍຕໍ່ຫນ້າສະພາບແຫ່ງຊາດ ອາເມລິກາວ່າ: ເຫດການຍິງລູກສອນໄຟນັ້ນ ແມ່ນສະແດງໃຫ້ເຫັນທັດສະນະຂອງພຽງຢາງ ແມ່ນບໍ່ສົນໃຈເຖິງບັນດາຄຳໝັ້ນສັນຍາສາກົນຂອງປະເທດນີ້. ບັນດາປະເທດຊື່ງລວມມີ: ອາເມລິກາ, ຍີ່ປຸ່ນ, ສເກົາຫລີ, ລັດເຊຍ ແລະ ຈີນ ໄດ້ເລັ່ງລັດ ສປປ ເກົາຫລີ ປະລະແຜນການຍິງລູກສອນໄຟ ເຖິງຢ່າງໃດກໍຕາມ ສປປ ເກົາຫລີ ຍັງຄົງຖະແຫລງຈະປະຕິບັດແຜນການນີ້ຢູ່.